ການໂອ້ລົມສົນທະນາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ

(VOVWORLD) -ຕາມອົງການແຮງງານສາກົນ (ILO) ແລ້ວ, ຈຳນວນແມ່ຍິງເຮັດວຽກໃນຂົງເຂດເຕັກໂນໂລຊີຢູ່ ຫວຽດນາມ ກວມເອົາ 37%, ສູງກວ່າເມື່ອທຽບໃສ່ໂລກ (25%).
ການໂອ້ລົມສົນທະນາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ - ảnh 1ທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ
(ພາບ: TTXVN)

        ຕອນເຊົ້າວັນທີ 03 ມີນາ, ຢູ່ ຮ່າໂນ້ຍ, ຜູ້ຕາງໜ້າສະຫະປະຊາຊາດ ປະຈຳ ຫວຽດນາມ ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນານະໂຍບາຍດ້ວຍຫົວຂໍ້: “ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ກາລະໂອກາດ ແລະ ສິ່ງທ້າທາຍ”, ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ.

        ຕາມອົງການແຮງງານສາກົນ (ILO) ແລ້ວ, ຈຳນວນແມ່ຍິງເຮັດວຽກໃນຂົງເຂດເຕັກໂນໂລຊີຢູ່ ຫວຽດນາມ ກວມເອົາ 37%, ສູງກວ່າເມື່ອທຽບໃສ່ໂລກ (25%). ເຖິງຢ່າງໃດກໍ່ຕາມ, ແມ່ຍິງສ່ວນຫຼາຍເຮັດວຽກໃນຂົງເຂດເຕັກໂນໂລຊີຄື: marketing, ຂາຍເຄື່ອງ, ການບໍລິຫານ, ບຸກຄະລາກອນ… ກ່າວຄຳເຫັນທີ່ການເຈລະຈາ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ, ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າໄດ້ປະກາດໃຊ້ບັນດາແຜນການເພື່ອຜັນຂະຫຍາຍເນື້ອໃນດັ່ງກ່າວ. ເລື່ອງຮັບຮູ້ແຈ້ງບັນດາບັນຫາທາງເພດເກີດຂຶ້ນໃນສະພາບການຫັນເປັນດີຈີຕອນ ຈະຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່ສ້າງກອບນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກເພື່ອໃຫ້ແກ່ຍິງ ແລະ ເດັກຍິງມີໂອກາດເຂົ້າຮ່ວມບັນດາໂຄງການສິດສອນ, ກຳນົດທິດວິຊາຊີບ, ພິເສດແມ່ນການບຳລຸງສ້າງກ່ຽວຂ້ອງເຖິງວິທະຍາສາດ, ເຕັກນິກ. ຫວຽດນາມ ກໍ່ຖືນີ້ແມ່ນກຸນແຈເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນການຫັນເປັນດີຈີຕອນ”.

        ທີ່ການເຈລະຈາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງການຫັນເປັນດີຈີຕອນໃນປະຈຸບັນຢູ່ ຫວຽດນາມ ແລະ ບົດບາດຂອງແມ່ຍິງໃນສັງກາດດີຈີຕອນຢູ່ຂົງເຂດແຕກຕ່າງກັນ. ບັນດາຂໍ້ມູນແບ່ງປັນ ແລະ ສະເໜີແນະທີ່ການໂອ້ລົມສົນທະນາ ຈະປະກອບເຂົ້າບົດລາຍງານຂອງ ຫວຽດນາມ ທີ່ກອງປະຊຸມຊຸດທີ 67 ຂອງຄະນະກຳມະການຕຳແໜ່ງຂອງແມ່ຍິງ ໂດບສະຫະປະຊາຊາດຈະຈັດຂຶ້ນໃນກາງເດືອນ ມີນາ ຢູ່ ນິວຢອກ, ປະເທດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ