ກາລະໂອກາດເຂົ້າອິນເຕີແນັດດ້ວຍຄວາມໄວສູງກວ່າທົບ 10 ເທົ່າ

ກາລະໂອກາດເຂົ້າອິນເຕີແນັດດ້ວຍຄວາມໄວສູງກວ່າທົບ 10 ເທົ່າ - ảnh 1
(ພາບປະກອບ:ອິນເຕີແນັດ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 23/6, ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດລາວ, ບໍລິສັດ Star Telecom, ບໍລິສັດ​ຮ່ວມ​ທຸລະ​ກິດ ລະຫວ່າງ​ບໍລິສັດ​ໂທລະຄົມ ລາວ-Asia ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແລະ ບໍລິສັດ Vietel ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໄດ້​ເປີດ​ສະຫຼອງ​ບໍລິການ 4 ຈີ ດ້ວຍ​ລະດັບຄວາມ​ໄວ​​ສູງ​ເພື່ອ​ຮັບ​ໃຊ້​​ໃຫ້​ແກ່​ຜູ້ນຳ​ໃຊ້​ບໍລິການ​ມື້​ຖື​ຂອງ​ເຄືອ​ຂ່າຍ Unitel. ດ້ວຍ​ລະດັບ​ຄວາມ​ໄວ​ສູງ​ທົບ​​ 10 ​ເທົ່າ​ເມື່ອ​ທຽບ​​ໃສ່ເຄືອຂ່າຍ 3 ຈີ, ບໍລິການ 4 ຈີ ​ໂດຍ Unitel ສະໜອງຈະ​ນຳ​​ເອົາ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​​ແກ່​ຜູ້​ໃຊ້ ຄື: ຊົມ​ຮູບ​ເງົາ, ຟັງ​ເພງ, ບັນ​ເທີ​ງ​ໃນ youtube , ຊົມ​ໂທລະພາບ​ໂດຍ​ກົງ, dowload ຫຼາຍ​ຂໍ້​ມູນ​ໃນ​ພາບ​ດຽວ​…​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ລະດັບ​ສູງ​ສຸດຂອງ​ຜູ້ນຳ​ໃຊ້​ການ​ບໍລິການ 4 ຈີ, Unitel ​ແມ່ນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດທຳ​ອິດ ​ ​ຢູ່ ລາວ ທີ່​ໄດ້​ສ້າງຄ່າ​ບໍລິການ​ຫຼາຍ​ຢ່າງ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ໃຊ້, ດ້ວຍ​ຄ່າ​ບໍລິການ​ປະຢັດ, ​ເທົ່າ​ກັບ​ຄ່າ​ບໍລິການ 3 ຈີ. ​ເມື່ອ Unitel ຜັນ​ຂະຫຍາຍ​ລະບົບ​ເຄືອ​ນຂ່າຍ​ຈະ​ຊ່ວຍ​ໃຫ້​ປະຊາຊົນ​ລາວ ສາມາດ​ນຳ​ໃຊ້​ບໍລິການ​ນີ້​ໂດຍ​ໄວ​.

ຂ່າວ/ບົດ​ອື່ນ