ກຳປັ່ນຊາວໜຸ່ມ “ເດີນທາງເພື່ອທະເລ ເກາະແຫ່ງບ້ານ ເກີດເມືອງນອນ” ໄດ້ ເດີນທາງໄປຍັງເກາະເຈື່ອງຊາ

ກຳປັ່ນຊາວໜຸ່ມ “ເດີນທາງເພື່ອທະເລ ເກາະແຫ່ງບ້ານ ເກີດເມືອງນອນ” ໄດ້ ເດີນທາງໄປຍັງເກາະເຈື່ອງຊາ - ảnh 1
ກຳ​ປັ່ນ​ຊາວໜຸ່ມ “​ເດີນທາງ​ເພື່ອ​ທະ​ເລ, ​ເກາະ​ແຫ່ງບ້ານ​ເກີດ​ເມືອງ​ນອນ”
(ພາບ: congan.com.vn)


(vovworld) –  ຕອນ​ເຊົ້າ​ວັນ​ທີ 28/05, ມີ​ສະມາຊິກ​ໃນ​ຄະນະ​ “​ເດີນທາງ​ເພື່ອ​ທະ​ເລ, ​ເກາະ​ແຫ່ງບ້ານ​ເກີດ​ເມືອງ​ນອນ” 198 ຄົນ​ເຊິ່ງ​ແມ່ນ​ບັນດາ​ຜູ້​ແທນ​ທີ່​ດີ​ເດັ່ນ​ຂອງ​ໄວ​ໜຸ່ມ​ທົ່ວ​ປະ​ເທດ ລວມທັງ​ພະນັກງານ, ທ່ານໝໍ, ນັກທຸລະກິດ, ນັກ​ສິລະ​ປີນ, ນັກ​ຂ່າວ, ນັກ​ສຶກສາ… ​ໄດ້​ຂຶ້ນ​ກຳ​ປັ່ນ​HQ 571, ​ເລີ່​ມ​ເດີນທາງ​ແຕ່​ທ່າ​ກຳ​ປັ່ນ ກ໋າດລ໋າຍ, ນະຄອນ​ໂຮ່ຈິ​ມິນ ​ເພື່ອ​ໄປ​​ເຖິງໝູ່​ເກາະ​ເຈື່ອງ​ຊາ. ລາຍການກຳ​ປັ່ນ​ຊາວໜຸ່ມປີ 2014 ​ໂດຍສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ກອງ​ບັນຊາ​ການ​​ໃຫຍ່ເຫຼົ່າ​ທັບ​ເຮືອ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ດ້ວຍ​ຫົວ​ຂໍ້ “​ໄວ​ໜຸ່ມ​ເພື່ອ​ອະທິປະ​ໄຕທະ​ເລ, ​ເກາະ​ຫວຽດນາມ”.

        ນີ້​ແມ່ນ​ຄັ້ງ​ທີ 6 ຢ່າງ​ຕໍ່​ເນື່ອງ​ທີ່​ປະຕິບັດ​ລາຍການ “ການ​ເດີນທາງ​ຂອງ​ໄວ​ໜຸ່ມ​ເພື່ອ​ທະ​ເລ, ​ເກາະ​ແຫ່ງ​ບ​້ານ​ເກີດ​ເມືອງ​ນອນ” ​ອັນໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທາງດ້ານ​ການ​ເມືອງ​ຢ່າງ​ແທດ​ຈິງ ​ເພື່ອ​ໃຫ້​ບັນດາ​ລຸ​ນໜຸ່ມ​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ, ສະ​ແດງ​ເຈດ​ຈຳນົງ​ຕັດສິນ​ໃຈ​ໃນ​ການ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ອະທິປະ​​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ ຢ່າງ​ແຮງ ​. ອ້າຍ ລໍ່​ກວາງ​ຕູ໋, ຮອງ​ປະທານ​ສະຫະ​ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ ຖື​ວ່າ.

        “ການ​ເດີນທາງ​ຄັ້ງ​ນີ້​ຍິງ​ມີ​ຄວາມ​ໝາຍ​ກວ່າ ​ເມື່ອ​ຖືກ​ຈັດ​ຂຶ້ນ​ໃຈ​ຈຸດ​ເວລາ​ທີ່​​ທັງ​ປະ​ເທດຫວຽດນາມ ພວມ​ສະ​ແດງ​ຄວາມ​ຕັດສິນ​ໃຈ​​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ​ເກາະ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ອະທິປະ​ໄຕ​ກ່ຽວ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ”.

        ການ​ເດີນທາງ​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 10 ວັນ, ​ໄປ​ຜ່ານ​ບັນດາ​ສະຖານ​ທີ່​ໃນ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ​ເຮືອນຮ້ານ DK1. ຄາດ​ວ່າ, ການ​ເດີນທາງ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 06/06/2014 ຢູ່​ທ່າ​ກຳ​ປັ່ນ ກ໋າດລ໋າຍ.

ຂ່າວ/ບົດ​ອື່ນ