ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີປຸ່ນແວ່ຢາມນະຄອນໂຮ່ຈິມິນ

ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີປຸ່ນແວ່ຢາມນະຄອນໂຮ່ຈິມິນ - ảnh 1
ກຳ​ປັ່ນຊາວ​ໜຸ່ມບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຈະ​ ​ອອກ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນເມື່ອ​ປີ 2013

(vovworld)- ລາຍ​ການ​ກຳ​ປັ່ນຊາວ​ໜຸ່ມບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ຍີ​ປຸ່ນ​ຄັ້ງ​ທີ 42 ຈະ​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ກາດ​ລ້າຍ, ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ໃນ​ເວ​ລາ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເປັນ​ເວ​ລາ 5 ວັນ​ຢູ່​ທີ່ນີ້,ຜູ້​ແທນ​ປະ​ເທດ​ຕ່າງໆ​ຈະ​ໄດ້​ລົງ​ຊອກ​ຮູ້​ຕົວ​ຈິງ​ກ່ຽວ​ກັບ​ຊີ​ວິດ, ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນາມ​ເວົ້າ​ລວມ ແລະ ນະ​ຄອນ​ໂຮ່​ຈິ​ມິນ​ເວົ້າ​ສະ​ເພາະ​ໂດຍ​ຜ່ານ​ລາຍ​ການ​ພັກ​ອາ​ໄສ​ຢູ່​ເຮືອນ 157 ຫຼັງຂອງ​ຊາວ​ທ້ອງ​ຖິ່ນໃນ​ບໍ​ລິ​ເວນ​ນະ​ຄອນ. ຈາກນັ້ນ, ກຳ​ປັ່ນ​ຈະ​ ​ອອກ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ ເດີນ​ທະ​ເລ​ໄປ​ເຖິງ​ນະ​ຄອນ​ຢາງ​ກຸງ​ຂອງ​ມຽນ​ມາ ສືບ​ຕໍ່​ການ​ເດີນ​ທະ​ເລ​ທີ່​ແກ່​ຍາວ 40 ວັນ​ຜ່ານ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

 

ຂ່າວ/ບົດ​ອື່ນ