ກຳປູເຈຍເລີ່ມຕົ້ນການເລືອກຕັ້ງສະພາສູງຊຸດທີ 4

(VOVWORLD) -ເວລາ 7 ໂມງຕອນເຊົ້າວັນທີ 25 ກຸມພາ, ການເລືອກຕັ້ງສະພາສູງຊຸດທີ 4 ຢູ່ກຳປູເຈຍ ໄດ້ດຳເນີນຢ່າງເປັນທາງການ ແລະ ຈະສິ້ນສຸດໃນເວລາ 3 ໂມງຕອນແລງວັນດຽວກັນ. ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ (NEC) ໃຫ້ຮູ້ວ່າ

ກຳປູເຈຍເລີ່ມຕົ້ນການເລືອກຕັ້ງສະພາສູງຊຸດທີ 4 - ảnh 1

ກຳປູເຈຍເລີ່ມຕົ້ນການເລືອກຕັ້ງສະພາສູງຊຸດທີ 4

(ພາບປະກອບ: THX/TTXVN)

ການເລືອກຕັ້ງໄດ້ດຳເນີນຢູ່ 33 ຫ້ອງປ່ອນບັດ, ຢູ່ 8 ເຂດເລືອກຕັ້ງໃນທົ່ວປະເທດ ໂດຍມີເກືອບ 11.700 ຄົນເຂົ້າຮ່ວມປ່ອນບັດ ລວມທັງສະມາຊິກສະພາແຫ່ງຊາດ 123 ທ່ານ ແລະ ຜູ້ແທນສະພາຕາແສງ, ບ້ານເກືອບ 11.600 ຄົນ. ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ມີ 4 ພັກການເມືອງລວມມີ: ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ, ພັກ FUNCINPEC, ພັກຊາວໜຸ່ມກຳປູເຈຍ (CYP) ແລະ ພັກສາມັກຄີຊົນຊາດຂະແມ (KNUP). ໝາກຜົນເບື້ອງຕົ້ນການນັບບັດເລືອກຕັ້ງຈະມີໃນຕ້ອນແລງວັນດຽວກັນ ແລະ ໄດ້ປະກາດໃນວັນທີ 03 ມິນາ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ