ກຳ​ມະ​ບານ​, ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ທຸກ​ຂັ້ນສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນບ່າຍວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຄັ້ງທີ 9.

ກຳ​ມະ​ບານ​, ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ທຸກ​ຂັ້ນສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຄັ້ງທີ 9 ຢູ່ຮ່າໂນ້ຍ
(ພາບ: laodongthudo.vn)

ໂດຍຕີລາຄາສູງໝາກຜົນ ເບື້ອງຕົ້ນ ກາງອາຍຸຂອງການປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງກຳມະບານຫວຽດນາມ ແລະ ການເຄື່ອນໄຫວ 6 ເດືອນຕົ້ນປີ, ທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ເນັ້ນໜັກ ເຖິງບົດບາດຂອງຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມເມື່ອຄົ້ນຄ້ວາ, ເປັນເສນາທິການໃຫ້ແກ່ ອະນຸກຳມະການ ເນື້ອໃນ, ສ້າງ, ນຳເນື້ອໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ພ້ອມກັນນັ້ນ, ອົງການກຳມະບານ, ສະມາຊິກກຳມະບານ ແລະ ຜູ້ອອກແຮງງານກໍ່ໄດ້ສົມທົບກັບອຳນາດການປົກຄອງທຸກຂັ້ນ ແລະ ບັນດາໜ່ວຍຮັບຜິດຊອບການເລືອກຕັ້ງ ຢ່າງແໜ້ນແຟ້ນ ເພື່ອປະຕິບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢ່າງມີໄຊ. ທ່ານ ໂດວັນຈຽນ ຖືວ່າ:

        ຄະນະບໍລິຫານງານກຳມະບານ, ຄະນະປະທານ, ຄະນະປະຈຳຄະນະປະທານກຳມະບານ ຫວຽດນາມ ສືບຕໍ່ປະຕິບັດ ແລະ ສະເໜີໃຫ້ບັນດາຂັ້ນທີ່ມີສິດອຳນາດ ປະກາດໃຊ້ນະໂຍບາຍໜູນຊ່ວຍ ປະຕິບັດການຊ່ວຍເຫຼືອກຳມະກອນຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ຫຼືວຽກງານຫຼຸດລົງ ເພື່ອຮັບປະກັນຊີວິດການເປັນຢູ່, ບໍ່ປະໃຫ້ຜູ້ໃດຖືກອຶດຫິວ, ຂາດສະບຽງອາຫານ ແລະ ບັນດາເຄື່ອງຂອງທີ່ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ