ກຳ​ລັງ​ຕຳຫຼວດ ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ ໂລກ

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 17 – 19 ຕຸລາ, ກອງປະຊຸມໄດ້ປຶກສາຫາລື, ແລກປ່ຽນຄຳເຫັນກ່ຽວກັບວຽກງານຮ່ວມມືຕຳຫຼວດ ລະຫວ່າງບັນດາປະເທດສະມາຊິກຕຳຫຼວດ ອາຊຽນ, ບັນດາຄູ່ເຈລະຈາ ແລະ ນັກສັງເກດການ ແນໃສ່ແກ້ໄຂບັນດາບັນຫາອາດຊະຍາກຳຂ້າມຊາດ.
ກຳ​ລັງ​ຕຳຫຼວດ ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ ໂລກ - ảnh 1ກອງປະຊຸມຜູ້ບັນຊາການຕຳຫຼວດ ອາຊຽນ (ASEANAPOL) ຄັ້ງທີ 41 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ ຢູ່ນະຄອນຫຼວງ ວຽງຈັນ

ຕອນເຊົ້າວັນທີ 17 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ໄຂກອງປະຊຸມຜູ້ບັນຊາການຕຳຫຼວດ ອາຊຽນ (ASEANAPOL) ຄັ້ງທີ 41, ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມື, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ”. ທ່ານ ພົນໂທ ໂດະວັນແຮວ່ງ, ຫົວໜ້າຫ້ອງວ່າການ, ຮອງຫົວໜ້າຜູ້ປະຈຳການອົງການຕຳຫຼວດສືບສວນ ກະຊວງຕຳຫຼວດ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຕຳຫຼວດ ຫວຽດນາມ, ເຂົ້າຮ່ວມກອງປະຊຸມ. ໂດຍໄດ້ດຳເນີນແຕ່ວັນທີ 17 – 19 ຕຸລາ, ກອງປະຊຸມໄດ້ປຶກສາຫາລື, ແລກປ່ຽນຄຳເຫັນກ່ຽວກັບວຽກງານຮ່ວມມືຕຳຫຼວດ ລະຫວ່າງບັນດາປະເທດສະມາຊິກຕຳຫຼວດ ອາຊຽນ, ບັນດາຄູ່ເຈລະຈາ ແລະ ນັກສັງເກດການ ແນໃສ່ແກ້ໄຂບັນດາບັນຫາອາດຊະຍາກຳຂ້າມຊາດ.

        ເລື່ອງອົງການຕຳຫຼວດ ອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະ ນັກສັງເກດການ ເພີ່ມທະວີການຮ່ວມມືນັບທັງຢູ່ລະບັບພາກພື້ນ ແລະ ສາກົນ ບໍ່ພຽງແຕ່ເພີ່ມທະວີການພົວພັນໃນ ອາຊຽນ ເວົ້າສະເພາະ ແລະ ບັນດາປະເທດຄູ່ຮ່ວມມືເວົ້າລວມ, ຫາກຍັງຊ່ວຍຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ, ເປັນພື້ນຖານທີ່ສໍາຄັນແກ່ການພັດທະນາເສດຖະກິດ - ສັງຄົົມຂອງແຕ່ລະປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ