ກຳ​ລັງ​ປ້ອງ​ກັນ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັ້ນ​​ຈຸດ​ສຸມຕ້ານ​ການ​ຂຸດ​ຄົ້ນ IUU ຢູ່​ເຂດ​ທະ​ເລ​ຕິດ​ກັບ ສາມ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ - ໄທ

(VOVWORLD) - ຜ່ານການສຳຫຼວດກວດກາ ແລະ ບົດສະຫຼຸບຂອງຄະນະກຳມະການ ເອີລົບ (EC) ຄັ້ງທີ 4 ຢູ່ ຫວຽດນາມ ໄດ້ຍົກອອກ 4 ກຸ່ມບັນຫາໃນນັ້ນມີ ບັນຫາການຄຸ້ມຄອງກຸ່ມກຳປັ່ນ, ຕິດຕາມ, ກວດກາ, ຄວບຄຸມການເຄື່ອນໄຫວ ກຳປັນຫາປາ, ການປະຕິບັດກົດໝາຍ ແລະ ປັບໄໝການກະທຳພິດດ້ານບໍລິຫານ.
ກຳ​ລັງ​ປ້ອງ​ກັນ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັ້ນ​​ຈຸດ​ສຸມຕ້ານ​ການ​ຂຸດ​ຄົ້ນ IUU ຢູ່​ເຂດ​ທະ​ເລ​ຕິດ​ກັບ ສາມ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ - ໄທ - ảnh 1ທ່ານພົນຕີ ບຸຍກວັກອວຍ ກ່າວຄຳເຫັນທີ່ກອງປະຊຸມ

ນັບແຕ່ວັນທີ 15 ມັງກອນ ຫາວັນທີ 20 ມັງກອນ, ກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ເລີ່ມປະຕິບັດວຽກງານບັ້ນຈຸດສຸມຕ້ານການຂຸດຄົ້ນແບບຜິດກົດໝາຍ, ບໍ່ ລາຍງານ ແລະ ບໍ່ໄດ້ຮັບການຄຸ້ມຄອງ (IUU) ເຂດທະເລຕິດກັບສາມປະເທດ ຫວຽດນາມ - ມາເລເຊຍ - ໄທ.

ຜ່ານການສຳຫຼວດກວດກາ ແລະ ບົດສະຫຼຸບຂອງຄະນະກຳມະການ ເອີລົບ (EC) ຄັ້ງທີ 4 ຢູ່ ຫວຽດນາມ ໄດ້ຍົກອອກ 4 ກຸ່ມບັນຫາໃນນັ້ນມີ ບັນຫາການຄຸ້ມຄອງກຸ່ມກຳປັ່ນ, ຕິດຕາມ, ກວດກາ, ຄວບຄຸມການເຄື່ອນໄຫວ ກຳປັນຫາປາ, ການປະຕິບັດກົດໝາຍ ແລະ ປັບໄໝການກະທຳພິດດ້ານບໍລິຫານ. ດ້ວຍບົດບາດແມ່ນກົມກອງເປັນເຈົ້າພາບໃນການປ້ອງກັນຕ້ານການຂຸດຄົ້ນ IUU ຢູ່ທະເລ, ກຳລັງຕຳຫຼວດທະເລ ໄດ້ສ້າງຕັ້ງພະແນກບັນຊາການປະສົມ ຢູ່ກອງບັນຊາການຕຳຫຼວດທະເລເຂດ 4 (ບ່າເຣ້ຍ - ຫວູງເຕົ່າ) ເພື່ອຕິດຕາມ, ຊີ້ນຳ, ບໍລິຫານບັນດາກຳລັງທີ່ເຂົ້າຮ່ວມບັ້ນຈຸດສຸມຕ້ານການຂຸດຄົ້ນ IUU ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ