ກຳລັງໜູນເພີ່ມທະວີການ ພົວພັນຮ່ວມມືພັດທະນາ ແບບຍືນຍົງລະຫວ່າງ ຫວຽດນາມກັບປະເທດຕ່າງໆ

ກຳລັງໜູນເພີ່ມທະວີການ ພົວພັນຮ່ວມມືພັດທະນາ ແບບຍືນຍົງລະຫວ່າງ ຫວຽດນາມກັບປະເທດຕ່າງໆ - ảnh 1
ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ

ສຸດຍອດຄວາມໝັ້ນຄົງ, ປອດໄພນິວເຄຼຍຄັ້ງທີ 3

(ພາບ: VGP/Nhật Bắc)

 (vovworld)- ຕອນ​ເຊົ້າວັນ​ທີ 30/3, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເດີນທາງ​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ ​ ​ສິ້ນ​ສຸດ​ການ​ເຂົ້າຮ່ວມກອງປະຊຸມສຸດຍອດຄວາມໝັ້ນຄົງ, ປອດໄພນິວເຄຼຍຄັ້ງທີ 3 ຢູ່​ລາ​ໄຮ ປະ​ເທດ​ໂຮ​ນລັງ, ການ​ຢ້ຽມຢາມປະ​ເທດ ສ.ກູ​ບາ ​ແລະ ສ.​ໄຮ​ຕີ ​ແຕ່​ວັນ​ທີ 23-29/3 ຢ່າງ​ຈົບງາມ. ​ເນື່ອງໃນ​ໂອກາດ​ນີ້, ທ່າ​ນຮ່າ​ກິມງອກ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ການ​ໄປ​ປະຕິ ບັດ​ງານ​ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ.

   ທ່າ​ນຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມງອກ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​​ໂຮ​ນລັງ ​ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຄວາມໝັ້ນຄົງ, ປອດໄພ ນິວເຄຼຍຄັ້ງທີ 3 ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ບັນລຸ​ໄດ້ຜົນງານ​ພົ້ນ​ເດັ່ນ 3 ຢ່າງ. ນັ້​ນແມ່ນ​ຫວຽດນາມ ​ໄດ້​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າການ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ໂຄມ​ໂລກ, ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ນິວ​ເຄຼຍ​ໃນ​ທົ່ວ​ໂລກ ຜ່ານ​ການ​ເພີ່ມ​ທະວີ​ການ​ປົດ​ອາວຸດ​ນິວ​ເຄຼຍ, ບໍ່​ແຜ່​ຂະຫຍາຍອາວຸດ​ນິວ​ເຄຼຍ, ປະກອບສ່ວນ​ຊຸກຍູ້​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍດ້ວຍ​ຈຸດປະສົງ​ສັນຕິພາບ. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ ທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນຫວຽດນາມ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃຫ້​ແກ່ເພື່ອນ​ມິດສາ​ກົນ ​ແລະ ປະ​ເທດ​ເຈົ້າພາບ​ໂຮ​ນລັງ ກ່ຽວ​ກັບປະ​ເທດ​ຫວຽດນາມ ມີ​ຄວາມ​ຮັບຜິດຊອບ, ຂະຫຍັນ​ຂັນ​ເຄື່ອນ, ຕັ້ງໜ້າ, ມີ​ຄວາມ​ເຊື່ອໝັ້ນຕົນ​ເອງ.

ກຳລັງໜູນເພີ່ມທະວີການ ພົວພັນຮ່ວມມືພັດທະນາ ແບບຍືນຍົງລະຫວ່າງ ຫວຽດນາມກັບປະເທດຕ່າງໆ - ảnh 2

ປະທານາທິບໍດີແລະນາຍົກລັດຖະມົນຕີ​ໄຮ​ຕີ​ຕ້ອນຮັບ​ທ່ານຫງວຽນ​ເຕີນ​ຢູງ

(ພາບ:vov)

  ການ​ຢ້ຽມມຢາມ​ສອງ​ປະ​ເທດ​ເພື່ອ​ນມິດ​ທີ່​ເປັນມູນ​ເຊື້ອ​ຢູ່​ອາ​ເມ​ລິ​ກາ​ລາ​ຕິນຄື​ກູ​ບາ ​ແລະ ​ໄຮ​ຕີ ຢ່າງ​ເປັນ​ທາງ​ການຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ສ້າງ​ບາດກ້າວ​ບຸກທະລຸ​ໃໝ່, ນຳ​ຫຼາຍ​ເນື້ອ​ໃນ​ຮ່ວມ​ມື​ເຂົ້າສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ, ​ແທດ​ຈິງ. ຕາມ​ທ່າ​ນຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມງອກ ​ແລ້ວ, ການ​ຢ້ຽມຢາມ​ກູ​ບາ ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ປະກອບສ່ວນຍົກ​ການ​ພົວພັນຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ສ່ວນ​ການ​ຢ້ຽມຢາມ​ໄຮ​ຕີ ​ເປັນຄັ້ງທຳ​ອິດ​ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ຖືກ​ຖື​ວ່າ ​ແມ່ນ​ການ​ຢ້ຽມຢາມ​ເປີດ​ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື​ທີ່​ເລິກ​ເຊິ່ງກ້ວາ​ງຂວາງ​ກ່ວາ​ອີກ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຜະລິດ​ໄຟຟ້າ, ນ້ຳມັນ​ອາຍ​ແກັດ, ຕ່ຳ​ແຜ່ນ​ຕັດຫຍີບ, ຂຸດ​ຄົ້ນ​ແຮ່​ທາດ, ສາທາລະນະ​ສຸກ, ກໍ່ສ້າງ, ການທ່ອງທ່ຽວ, ສິນ​ໃນ​ນ້ຳ…./.

ຂ່າວ/ບົດ​ອື່ນ