ຂະແຫນງການເງິນຕ້ອນຮັບຫລຽນໄຊໂຮ່ຈິມີນ

ຂະແຫນງການເງິນຕ້ອນຮັບຫລຽນໄຊໂຮ່ຈິມີນ - ảnh 1
ຂະ​ແຫນງ​ການ​ເງິນ​ຮັບ​ຫລຽນ​ໄຊ​ໂຮ່​ຈິ​ມີນ

(vovworld)-ກ່າວ​ຄຳ​ເຫັນທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແຫນງ​ການ​ເງິນ​ຫວຽດ​ນາມ(28/8/1945-28/8/2015) ຊື່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 14/8 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ເນັ້ນ​ຫນັກ​ວ່າ: ​ໂດຍ​ແມ່ນ​ຂ​ະ​ແຫນງ​ສັງ​ລວມ, ຄຸ້ມ​ຄອງ​ຫລາຍ​ຂົງ​ເຂດ, ຫລາຍ​ຂະ​ແຫນງ, ຕໍ່​ຫນ້າ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ພາ​ລະ​ກຳ​ຂອງ​ຂະ​ແຫນງ​ການ​ເງິນ​ປະ​ຈຸ​ບັນ ແມ່ນ​ສຳ​ຄັນ​ຍິ່ງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ຊີ້​ແຈ້ງວ່າ:

        “ຂະ​ແຫນງ​ການ​ເງິນ ຄວນ​ສືບ​ຕໍ່​ເຊີດ​ຊູ​ລະ​ບຽບ​ວິ​ໄນ​ການ​ເງິນ, ປັບ​ໄຫມ​ບັນ​ດາ​ການ​ກະ​ທຳຜິດ​ພາດຢ່າງ​ເຂັ້ມ​ງວດ, ຮັບ​ປະ​ກັນ​ນະ​ໂຍ​ບາຍ​​ກົດ​ໝາຍດ້ານ​ການ​ເງິນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຍຸ​ຕິ​ທຳ, ເປີດ​ເຜີຍ, ໂປ່ງ​ໃສ ແລະ ມີ​ປະ​ສິດ​ທິ​ຜົນ.”

​ເນື່ອງ​ໃນ​ໂອ​ກາດນີ້ ຕາງ​ຫນ​້າ​ໃຫ້​ພັກ, ລັດ, ​ທ່ານປະ​ທານ​ສະ​ພາ​ແຫ່ງ​ຊ​າດ​ຫງວຽນ​ຊິ​ງ​ຮຸ່ງ ມອບ​ຫລຽນ​ໄຊ​ໂຮ່​ຈິ​ມີນ​ໃຫ້​ກະ​ຊວງ​ການ​ເງິນ

ຕອບກັບ

ຂ່າວ/ບົດ​ອື່ນ