ຂະ​ແໜງ​ການ​ສຶກ​ສາ ຍ້ອງ​ຍໍ​ຊົມ​ເຊີຍ​​ອາ​ຈານ​ດີ​ເດັ່ນ 68 ຄົນ

(VOVWORLD) -ຕອນຄ່ຳວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ກຸ່ມບໍລິສັດ ທຽນລອງ ຈັດລາຍການ “ແບ່ງປັນພ້ອມກັບຄູອາຈານ” ປີ 2022, ຍ້ອງຍໍຊົມເຊີຍຄູອາຈານຜູ້ດີເດັ່ນໃນພາລະກິດແຫ່ງການສຶກສາບຳລຸງສ້າງຄົນລຸ້ນຫຼັງ. 
ຂະ​ແໜງ​ການ​ສຶກ​ສາ ຍ້ອງ​ຍໍ​ຊົມ​ເຊີຍ​​ອາ​ຈານ​ດີ​ເດັ່ນ 68 ຄົນ - ảnh 1ລາຍການ “ແບ່ງປັນພ້ອມກັບຄູອາຈານ” ປີ 2022 ຍ້ອງຍໍຊົມເຊີຍອາຈານດີເດັ່ນ 68 ຄົນ (ພາບ: VOV)

ເພື່ອສະເຫຼີມສະຫຼອງວັນຄູ ຫວຽດນາມ ຄົບຮອບ 40 ປີ (ວັນທີ 20 ພະຈິກ), ຕອນຄ່ຳວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ກຸ່ມບໍລິສັດ ທຽນລອງ ຈັດລາຍການ “ແບ່ງປັນພ້ອມກັບຄູອາຈານ” ປີ 2022, ຍ້ອງຍໍຊົມເຊີຍຄູອາຈານຜູ້ດີເດັ່ນໃນພາລະກິດແຫ່ງການສຶກສາບຳລຸງສ້າງຄົນລຸ້ນຫຼັງ. ນີ້ແມ່ນຜູ້ທີ່ມີຂໍ້ລິເລີ່ມປ່ຽນແປງໃໝ່ການຮຽນ ແລະ ການສອນ ເຊິ່ງໄດ້ເອົາໄປໝູນໃຊ້ໃນຕົວຈິງ ແລະ ບັນລຸປະສິດທິຜົນສູງ; ບຸກຄົນທີ່ມີຜົນງານດີເດັ່ນ ແລະ ສອນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນທະເລໝູ່ເກາະ, ເຂດມີເງື່ອນໄຂເສດຖະກິດ - ສັງຄົມທີ່ຫຍຸ້ງຍາກ… ໃນນັ້ນ, ມີຄູອາຈານ ທີ່ເປັນຊາວຊົນເຜົ່າສ່ວນໜ້ອຍ 10 ຄົນ.

ກ່າວຄຳເຫັນໃນລາຍການ, ທ່ານເລຂາຄະນະປະຈຳສູນກາງຊາວໜຸ່ມ ຄອມມູນິດ ໂຮ່ຈີມິນ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ຫງວຽນງອກເລືອງ ເນັ້ນໜັກວ່າ:

“ພວກຂ້າພະເຈົ້າຫວັງວ່າ ລາຍການນີ້ ຈະປະກອບສ່ວນເຂົ້າໃນການສົ່ງເສີມ, ລະດົມກຳລັງໃຈໃຫ້ຄູອາຈານ, ຊ່ວຍໃຫ້ເຂົາເຈົ້າ ມີກຳລັງແຮງຕື່ມອີກເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສືບຕໍ່ຊອກຮູ້ປະດິດຄິດສ້າງວິທີການຮຽນ - ການສອນທີ່ມີປະສິດທິຜົນທີ່ສຸດ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ສ້າງລຸ້ນຄົນ ຫວຽດ ໃຫ້ມີຄຸນນະພາບສູງ ປະຕິບັດເປົ້າໝາຍສ້າງສາປະເທດຊາດໃຫ້ມີຄວາມເຂັ້ມແຂງຮຸ່ງເຮືອງສີວິໄລໃຫ້ປະກົດຜົນເປັນຈິງ.”


ຕອບກັບ

ຂ່າວ/ບົດ​ອື່ນ