ຂະແໜງສິນໃນນ້ຳຫວຽດນາມມານະພະຍາຍາມຫັນບັນດາຜົນປະໂຫຍດຈາກ CPTPP ໃຫ້ປະກົດຜົນເປັນຈິງ

(VOVWORLD) - ວັນທີ 21 ມີນາ, ທີ່ນະຄອນ ໂຕຣົນໂຕ, ການາດາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເປັນປະທານສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຄ້າສິນໃນນ້ຳ ຫວຽດນາມ.

ຂະແໜງສິນໃນນ້ຳຫວຽດນາມມານະພະຍາຍາມຫັນບັນດາຜົນປະໂຫຍດຈາກ CPTPP ໃຫ້ປະກົດຜົນເປັນຈິງ - ảnh 1  ທ່ານ ຫງວຽນຮົ່ງເຢືອງ, ຮອງຫົວໜ້າກົມຕະຫລາດເອີຣົບ - ທະວີບອາເມລິກາ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Jessica Yang, ຜູ້ຕາງໜ້າອົງການກວດກາສະບຽງອາຫານ ການາດາ ໄດ້ເນັ້ນໜັກກ່ຽວກັບຄວາມຮຽກຮ້ອງຕ້ອງການແຈ້ງຕົ້ນກຳເນີດຂອງສະບຽງອາຫານນຳເຂົ້າ, ໃນນັ້ນມີສິນໃນນ້ຳ, ຕາມກົດໝາຍວ່າດ້ວຍຄວາມປອດໄພສະບຽງອາຫານສະບັບໃໝ່ຂອງ ການາດາ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນສິນທະເລກໍ່ແມ່ນຂົງເຂດໄດ້ຮັບການຕີລາຄາຈາກບັນດາວິສາຫະກິດສົ່ງອອກ ການາດາວ່າ ແມ່ນມີກາລະໂອກາດຫລາຍຢ່າງຢູ່ຕະຫລາດ ຫວຽດນາມ.

        ທ່ານ ຫງວຽນຮົ່ງເຢືອງ, ຮອງຫົວໜ້າກົມຕະຫລາດເອີຣົບ - ທະວີບອາເມລິກາ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ການພົວພັນ ຫວຽດນາມ - ການາດາ ເວົ້າລວມ, ກໍ່ຄືການພົວພັນເສດຖະກິດ - ການຄ້າລະຫວ່າງ 2 ປະເທດເວົ້າສະເພາະ, ໃນໄລຍະຜ່ານມາ ໄດ້ພັດທະນາຢ່າງຕັ້ງໜ້າ. ສຳລັບ ຫວຽດນາມ ແລ້ວ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ສ້າງກາລະໂອກາດໃໝ່ ເພື່ອໃຫ້ 2 ຝ່າຍຊຸກຍູ້ການພົວພັນ ໃຫ້ຂຶ້ນສູ່ລະດັບສູງໃໝ່. ນີ້ແມ່ນໄລຍະທີ່ບັນດາອົງການຄຸ້ມຄອງຕ້ອງກຳແໜ້ນກາລະໂອກາດ ເພື່ອໜູນຊ່ວຍວິສາຫະກິດ, ພ້ອມກັບວິສາຫະກິດປະຕິບັດການຫັນບັນດາທ່າໄດ້ປຽບໃນ CPTPP ໃຫ້ປະກົດຜົນເປັນຈິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ