ຄວາມປະທັບໃຈທີ່ພິທີໄຂ ອາຊຽນ ປາຣາເກມ 2017

(VOVWORLD) - ຕອນຄ່ຳວັນທີ 17 ກັນຍາ, ພິທີໄຂງານມະຫາກຳກິລາສະຫງວນໃຫ້ຄົນພິການ ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 9 ຖືກໄຂຂຶ້ນຢູ່ສະໜາມກິລາແຫ່ງຊາດ Bukit Jalil, ທີ່ນະຄອນຫຼວງ ກົວລາ ລຳປົວ, ປະເທດ ມາເລເຊຍ. 
ຄວາມປະທັບໃຈທີ່ພິທີໄຂ ອາຊຽນ ປາຣາເກມ 2017 - ảnh 1 ພິທີໄຂ ASEAN Para Games

ເມື່ອທຽບໃສ່ພິທີໄຂ SEA Games ຄັ້ງທີ 29 ໄດ້ຮັບການຈັດຕັ້ງຢູ່ ມາເລເຊຍ ຫວ່າງມໍ່ໆມານີ້, ພິທີໄຂເຫດການກິລາໃຫຍ່ທີ່ສຸດພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ທີ່ສະຫງວນໃຫ້ຄົນພິການຄັ້ງນີ້ ໄດ້ສ້າງຄວາມປະທັບໃຈບໍ່ນ້ອຍໜ້າກ່ວາ. ພາຍຫຼັງພິທີແຫ່ຂະບວນແມ່ນການສະແດງສິລະປະທີ່ເປັນເອກະລັກສະເພາະ ດ້ວຍການສົມທົບກັນຢ່າງມີຊີວິດຊີວາລະຫວ່າງ ແລະ ແສງສີສຽງ.

ພິທີໄຂ ASEAN Para Games ໄດ້ດຳເນີນໃນເວລາ 2 ຊົ່ວໂມງ, ເປັນການເປີດສາກໃຫ້ສັບປະດາແຂ່ງຂັນກິລາຢ່າງຟົດຟື້ນແຕ່ວັນທີ 18 – 23 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ