ຄວາມເຄັ່ງຕຶງດ້ານການທູດຢູ່ເຂດອ່າວ: ກາຕາ ຢືນຢັນບໍ່ເນລະເທດພົນລະເມືອງຂອງບັນດາປະເທດທີ່ຕັດການພົວພັນ

(VOVWORLD) - ພົນລະເມືອງບັນດາປະເທດທີ່ໄດ້ຕັດການພົວພັນທາງການທູດກັບ ກາຕາ ໃນອາທິດຜ່ານ ມາຍັງມີສິດຢູ່ປະເທດນີ້ຕາມບັນດາຂໍ້ກຳນົດທີ່ພວມປະກາດໃຊ້. 

ຄວາມເຄັ່ງຕຶງດ້ານການທູດຢູ່ເຂດອ່າວ: ກາຕາ ຢືນຢັນບໍ່ເນລະເທດພົນລະເມືອງຂອງບັນດາປະເທດທີ່ຕັດການພົວພັນ - ảnh 1 ປະຊາຊົນຊື້ເຄື່ອງໃຊ້ສອຍເພື່ອສະສົມຢູ່ Doha

(ພາບ: ສຳນັກຂ່າວສານ ຫວຽດນາມ)

ສຳນັກຂ່າວສານ ກາຕາ ໄດ້ຄັດສະເໜີແຈ້ງການຂອງກະຊວງພາຍໃນປະເທດນີ້ໃນວັນທີ 10 ມິຖຸນາ ໂດຍໃຫ້ຮູ້ວ່າ: ພົນລະເມືອງບັນດາປະເທດທີ່ໄດ້ຕັດການພົວພັນທາງການທູດກັບ ກາຕາ ໃນອາທິດຜ່ານ ມາຍັງມີສິດຢູ່ປະເທດນີ້ຕາມບັນດາຂໍ້ກຳນົດທີ່ພວມປະກາດໃຊ້. ແຈ້ງການຂອງກະຊວງພາຍໃນ ກາຕາ ໄດ້ຊີ້ແຈ້ງວ່າ ບໍ່ມີການປ່ຽນແປງນະໂຍບາຍສຳລັບ “ບັນດາປະເທດ ອ້າຍນ້ອງ ແລະ ມິດຕະພາບ ທີ່ໄດ້ຕັດສາຍພົວພັນ ຫຼື ຫລຸດລະດັບການພົວພັນທາງການທູດພາຍຫຼັງບັ້ນຮົບຮ້າຍແຮງ ແລະ ເປັນປໍລະປັກຕ້ານຄືນ ກາຕາ”

        ວັນທີ 5 ມິຖຸນາ ຜ່ານມາ, ອາຣັບບິ ຊາອູດິ, ສະຫະລັດ ອາຣັບ ເອມີເຣັດ (UAE) ແລະ ບາເຣັນ ພ້ອມກັບ ອີຢິບ ໄດ້ຖະແຫຼງຕັດການພົວພັນດ້ານການທູດກັບ ກາຕາ ດ້ວຍຂໍ້ກ່າວຫາວ່າ Doha “ໜູນຊ່ວຍບັນດາກຸ່ມກໍ່ການຮ້າຍ ແລະ ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດໃນພາກພື້ນ”. ຫຼັງຈາກນັ້ນ, ເພື່ອສະໜັບສະໜູນຄຳຕັດສິນຂອງບັນດາປະເທດນີ້, ເຢແມນ, ເຊິ່ງແມ່ນລັດຖະບານໂດຍສາກົນຮັບຮູ້ຢູ່ທາງທິດຕາເວັນອອກ ລີບີ ແລະ ມານດີເວີ ກໍ່ຕັດການພົວພັນກັບ Doha. ຫຼັງຈາກນັ້ນ, Mauritania, ສະມາຊິກໃນສະຫະລັດ ອາຣັບ (AL)ກໍ່ຕັດການພົວພັນກັບກາຕາ. ວິກິດການການທູດ ສືບຕໍ່ປິນຂັ້ນໄດ ໃນວັນທີ 9 ມິຖຸນາ, ໃນຂະນະທີ່ ອາຣັບບິ ຊາອູດິ, ສະຫະລັດ ອາຣັບ ເອມີເຣັດ (UAE), ອີຢິບ ແລະ ບາເຣັນ ຈັດ 59 ສ່ວນບຸກຄົນ ແລະ 12 ອົງການກ່ຽວຂ້ອງເຖິງ ກາຕາ ເຂົ້າບັນຊີລາຍຊື່ກໍ່ການຮ້າຍ. 3 ປະເທດເຂດອ່າວເບີເຊຍ ໄດ້ອະນຸຍາດໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວ ກາຕາ ຢູ່ຄືນໃນເວລາ 2 ອາທິດເພື່ອອອກຈາກປະເທດຂອງເຂົາເຈົ້າ. ໃນຂະນະນັ້ນ, UAE ໄດ້ຫ້າມປະຊາຊົນ ກາຕາ ເຊື່ອມຕໍ່ສາຍການບິນຜ່ານ UAE.

ຕອບກັບ

ຂ່າວ/ບົດ​ອື່ນ