ຄວາມເຄັ່ງຕຶງຢູ່ເຂດອ່າວເປີເຊຍ: UEA ຖອນໃບຮ້ອງທຸກ Qatar ຢູ່ WTO

(VOVWORLD) -ວັນທີ 08 ສິງຫາ, ສະຫະລັດອາຣັບເອມມີເລດ (UAE) ໄດ້ຖອນໃບຮ້ອງທຸກ Qatar ເຊິ່ງປະເທດນີ້ໄດ້ຍື່ນຕໍ່ອົງການການຄ້າໂລກ (WTO) ເມື່ອຕົ້ນປີ 2019

ເມື່ອ Qatar ຈັດວາງບັນດາຂໍ້ຈຳກັດດ້ານການຄ້າທີ່ມີລັກສະນະຈຳແນກສິນຄ້າຂອງ UAE. ໃນຖະແຫຼງການສະບັບໜຶ່ງ, ກະຊວງການຕ່າງປະເທດ UAE ຊີ້ແຈ້ງວ່າ: “Doha ໄດ້ຖອນບັນດາມາດຕະການຈຳກັດດັ່ງກ່າວເພື່ອແກ້ໄຂໃບຮ້ອງທຸກ”, ເຮັດໃຫ້ Abu Dhabi ຢຸດຕິການຮ້ອງທຸກ Doha ຂຶ້ນຕໍ່ WTO.

        ໃບຮ້ອງທຸກຂອງ UAE ໄດ້ສົ່ງໄປເຖິງຄະນະກຳມະການແກ້ໄຂການຂັດແຍ້ງກັນຂອງ WTO ເມື່ອເດືອນ ພຶດສະພາ ຜ່ານມາ. ປະຈຸບັນ, Qatar ຍັງບໍ່ທັນມີປະຕິກິລິຍາກ່ຽວກັບຂໍ້ຕົກລົງໃໝ່ຂອງ UAE ວ່າດ້ວຍການຖອນໃບຮ້ອງທຸກ Qatar.

ຕອບກັບ

ຂ່າວ/ບົດ​ອື່ນ