ຄວາມເຊື່ອໝັ້ນຂອງປະຊາຄົມວິສາຫະກິດ ເອີລົບ ຢູ່ ຫວຽດນາມ ເພີ່ມຂຶ້ນສູງ

(VOVWORLD) - ໄຕມາດສຸດທ້າຍຂອງປີ 2023 ໄດ້ເຫັນປະຈັກຕາລະດັບຄວາມເພິ່ງພໍໃຈຂອງບັນດາວິສາຫະກິດເພີ່ມຂຶ້ນຢ່າງເຫັນໄດ້ຊັດ: ບັນດາວິສາຫະກິດມີຄວາມເຊື່ອໝັ້ນເຂົ້າສະພາບການປະຈຸບັນ ຂອງຕົນໄດ້ເພີ່ມຂຶ້ນແຕ່ 24% ໃນໄຕມາດ III ຂຶ້ນເປັນ 32% ໃນໄຕມາດ IV/2023.
ຄວາມເຊື່ອໝັ້ນຂອງປະຊາຄົມວິສາຫະກິດ ເອີລົບ ຢູ່ ຫວຽດນາມ ເພີ່ມຂຶ້ນສູງ - ảnh 1ພາບປະກອບ

ຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດ ເອີລົບ ພວມເຄື່ອນໄຫວຢູ່ ຫວຽດນາມ ພວມມີສັນຍານຟື້ນຟູ ໃນຂະນະທີ່ດັດຊະນີຄວາມເຊື່ອໝັ້ນການດຳເນີນທຸລະກິດ (BCI) ບັນລຸ 46,3 ໃນໄຕມາດ IV ປີ 2023, ລະດັບການເຕີບໂຕໄດ້ຊີ້ໃຫ້ເຫັນຄວາມເປັນປົກກະຕິ.  BCI ໂດຍ Decision Lab ປະຕິບັດປະຈຳໄຕມາດ, ໃນນັ້ນໄດ້ສຳຫຼວດ 1.400 ສະມາຊິກ ຂອງ EuroCham ໃນຂົງເຂດຕ່າງໆ, ເພື່ອແນໃສ່ສະໜອງສັງລວມກ່ຽວກັບຈິດຕະສາດນັກລົງທຶນ ເອີລົບ ຢູ່ ຫວຽດນາມ.

        ໄຕມາດສຸດທ້າຍຂອງປີ 2023 ໄດ້ເຫັນປະຈັກຕາລະດັບຄວາມເພິ່ງພໍໃຈຂອງບັນດາວິສາຫະກິດເພີ່ມຂຶ້ນຢ່າງເຫັນໄດ້ຊັດ: ບັນດາວິສາຫະກິດມີຄວາມເຊື່ອໝັ້ນເຂົ້າສະພາບການປະຈຸບັນ ຂອງຕົນໄດ້ເພີ່ມຂຶ້ນແຕ່ 24% ໃນໄຕມາດ III ຂຶ້ນເປັນ 32% ໃນໄຕມາດ IV/2023. ແງ່ຫວັງໃຫ້ແກ່ໄຕມາດ I/2024 ກໍ່ຕັ້ງໜ້າ, ດ້ວຍ 29% ວິສາຫະກິດຕີລາຄາແງ່ຫວັງຂອງເຂົາແມ່ນ “ດີເລີດ” ຫຼື “ດີ”. ສັນຍານໜຶ່ງທີ່ຕັ້ງໜ້າຕື່ມອີກ, ນັ້ນແມ່ນລະດັບຄວາມເປັນຫ່ວງຂອງບັນດາວິສາຫະກິດໄດ້ຫລຸດຈາກ 9% ລົງເປັນ 5%.

        ການສຳຫຼວດກ່ໍສະແດງໃຫ້້ເຫັນວ່າໄຕມາດ IV/2023, ທີ່ຕັ້ງເປັນສະຖານທີ່ເຄັ່ງຮ້ອນໃນການລົງທຶນຂອງ ຫວຽດນາມ ໄດ້ເພີ່ມຂຶ້ນພໍສົມຄວນ. ມີຕົວເລກປະທັບໃຈແມ່ນ 62% ຈຳນວນຜູ້ຖືກຖາມໄດ້ຈັດ ຫວຽດນາມ ນອນໃນ TOP 10 ສະຖານທີ່ລົງທຶນແຖວໜ້າຂອງໂລກ, ໃນນັ້ນ, 17% ຈັດ ຫວຽດນາມ ຢູ່ໃນລະດັບສູງສຸດ. ຕາມທ່ານ Thue Quist Thomasen, ຜູ້ອຳນວຍການ Decision Lab ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ສະແດງໃຫ້ເຫັນ “ເສັ້ນທາງການເຕີບໂຕເຕັ້ມໄປດ້ວຍຄວາມໝັ້ນໝາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ