ຄະນະກຳມະການOlympicຫວຽດນາມຮັບຫຼຽນໄຊແຮງງານຊັ້ນ3ເນື່ອງໃນໂອກາດສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງ

ຄະນະກຳມະການOlympicຫວຽດນາມຮັບຫຼຽນໄຊແຮງງານຊັ້ນ3ເນື່ອງໃນໂອກາດສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງ - ảnh 1
ທ່ານ ຫວູ​ດືກ​ດາມ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ

(vovworld) –  ​ຕອນ​ຄ່ຳ​ວັນ​ທີ 20/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ, ພັດ​ທະ​ນາ ແລະ ຕ້ອນ​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3. ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ບັນ​ດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ທົບ​ທວ​ນ​ຄືນ​ໄລ​ຍະ​ທາງ 40 ປີ​ແຫ່ງກ​ານ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ. ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ຮັບ​ຮອງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ຢ່າງບໍ່​ຢຸດຢັ້ງ​ຂອງ​ໝູ່​ພະ​ນັກ​ງານ, ກຳ​ມະ​ກ​ອນ​ຂອງ​ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ​ໃນ​ຕະຫຼອດ 40 ປີ​ຜ່ານ​ມາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ​ ສະ​ເໜີ​ໃຫ້ Olympic ຫວຽດ​ນາມ ຕ້ອງ​ມີ​ແຜນ​ການ​ເຄື່ອນ​ໄຫວ​ລະ​ອຽດ, ສົມ​ທົບ​ກັບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ແລະ ບັນ​ດາ​ອົງ​ການ, ອົງ​ກາ​ນ​ຈັດ​ຕັ້ງ​ມະ​ຫາ​ຊົນ​ທີ່​ກ່ຽວ​ຂ້ອງ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສະ​ຫງວນ​ແຫຼ່ງ​ກຳ​ລັງ​ຢ່າງ​ເໝາະ​ສົມ​ໃຫ້​ບັນ​ດາ​ໂຄງ​ການ, ແຜນ​ກາ​ນ​ພັດ​ທະ​ນາ​ສຸ​ຂະ​ພາບ, ຮ່າງ​ກາຍ​ຊາວ ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ຄະ​ນະ​ກຳ​ມະ​ການ​ຕ້ອງ​ເພີ່ມ​ທະ​ວີ​ວຽກ​ງານ​ສຶກ​ສາ​ກິ​ລາ​ພາຍ​ໃນ​ໂຮງ​ຮຽນ ແລະ ພັດ​ທະ​ນາ​ບັນ​ດາ​ຂະ​ບວນ​ການ​ກິ​ລາ​ໃນ​ທົ່ວ​ປວງ​ຊົນ​ຢ່າງ​ແຮງ.


ຂ່າວ/ບົດ​ອື່ນ