ຄ​ະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ລວມ ຢັ້ງ​ຢືນ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່ ລີ​ບ​ີ ຍັງ​ມີ​ຜົນ​ບັງ​ຄັບ​ໃຊ້

(VOVWORLD) ວັນທີ 25 ສິງຫາ, ຄະນະກຳມະການການທະຫານລວມ 5+5 (JMC) ຂອງ ລີບີ ຢັ້ງຢືນຂໍ້ຕົກລົງຢຸດຍິງ ໂດຍ ສປຊ ອຸປະຖຳທີ່ໄດ້ລົງນາມໃນເດືອນຕຸລາ 2020 ລະຫວ່າງບັນດາຝ່າຍຢູ່ປະເທດ ອາຟະລິກາເໜືອນີ້ ແມ່ນຍັງມີຜົນບັງຄັບໃຊ້, ພ້ອມທັງມີຄວາມໝັ້ນໃຈແກ່ປະຊາຊົນ ລີບີ ກ່ຽວກັບສະຖຽນລະພາບຂອງຄຳສັ່ງຢຸດຍິງ.

  JMC ໄດ້ຍົກອອກຖະແຫຼງການດັ່ງກ່າວ ໃນກອງປະຊຸມທີ່ຈັດຂຶ້ນໃນວັນດຽວກັນຢູ່ນະຄອນ Sirte. ກອງປະຊຸມຂອງ JMC ມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຂອງກົມໃຫຍ່ເສນາທິການກອງທັບ ລີບີ ຢູ່ນະຄອນຫຼວງ Tripoli, ກຳລັງກອງທັບແຫ່ງຊາດ ໂດຍນາຍພົນ Khalifa Haftar ນຳໜ້າ, ກໍຄືຜູ້ຮັກສາການຫົວໜ້າຄະນະໜູນຊ່ວຍຂອງ ສປຊ ຢູ່ ລີບີ ທ່ານ Stephanie Koury.    

        ຖະແຫຼງການຂອງ JMC ໃຫ້ຮູ້ວ່າ ໃນກອງປະຊຸມ, ບັນດາສະມາຊິກຂອງຄະນະກຳມະການໄດ້ປຶກສາຫາລືກ່ຽວກັບສະພາບການຄວາມໝັ້ນຄົງ - ການເມືອງ, ກໍຄືຜົນກະທົບຂອງສະພາບການຄວາມວຸ້ນວາຍ ຕະຫຼອດຮອດຂໍ້ຕົກລົງຢຸດຍິງ ແລະ ການປະຕິບັດບັນດາມາດຕາທີ່ຍັງເຫຼືອໃນຂໍ້ຕົກລົງ.

        ຄະນະກຳມະການການທະຫານລວມ 5+5 ລີບີ ແມ່ນກຸ່ມໜຶ່ງລວມມີຜູ້ຕາງໜ້າ 5 ຄົນທີ່ມາຈາກລັດຖະບານທ້ອນໂຮມປະເທດຊາດ ເຊິ່ງມີສຳນັກງານຕັ້ງຢູ່ Tripoli ແລະ ຜູ້ຕາງໜ້າ 5 ຄົນຂອງກຳລັງກອງທັບແຫ່ງຊາດ ໂດຍມີສຳນັກງານຕັ້ງຢູ່ພາກຕາເວັນອອກ.     

                                     

ຕອບກັບ

ຂ່າວ/ບົດ​ອື່ນ