ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຍົກສູງບົດບາດໄຈ້ແຍກຕີລາຄາ ວັນພຸດ ທີ 27 ພຶດສະພາ ຄ.ສ. 2015 | 17:18:48 (vovworld) – ຕອນເຊົ້າວັນທີ 27/5, ຢູ່ນະຄອນ ໂຮ່ຈິມິນ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງການຮັບຟັງຄວາມເຫັນຂອງວິສາຫະກິດຢູ່ນະຄອນ ກ່ຽວກັບບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃນວິວັດການຜະລິດ, ການດຳເນີນທຸລະກິດ. ເຂົ້າຮ່ວມການໂອ້ລົມສົນທະນາມີວິສາຫະກິດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂອງນະຄອນເປັນຈຳນວນຫຼວງຫຼາຍ. ນະທີ່ນີ້, ບັນດາວິສາຫະກິດສະເໜີສູນກາງແນວໂຮມປະເທດຊາດຫວຽດນາມ ຍົກສູງບົດບາດຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາກ່ອນ ແລະ ຫຼັງການສ້າງກົດໝາຍ, ພິເສດແມ່ນການຕິດຕາມກວດກາການປະຕິບັດກົດໝາຍ. ຄຽງຂ້າງນັ້ນ, ບັນດາວິສາຫະກິດກໍຍົກອອກບັນດາຂໍ້ຕິດຂັດຄື: ຂະແໜງການທີ່ກ່ຽວຂ້ອງບໍ່ທັນຄວບຄຸມໄດ້ສິນຄ້າປອມໃນຕະຫຼາດ, ກໍ່ຄວາມເສຍຫາຍໃຫ້ວິສາຫະກິດ, ລາຍຈ່າຍຂົນສົ່ງສູງຍ້ອນຄ່າ ຜ່ານຂົວ, ທາງບໍ່ເໝາະສົມ…ກ່ຽວກັບບັນຫາສ້າງກົດໝາຍ, ບັນດາວິສາຫະກິດຖືວ່າ: ກ່ອນທີ່ດຳເນີນການສ້າງກົດໝາຍ, ບັນດາຂະແໜງການທີ່ກ່ຽວຂ້ອງຄວນຮັບຟັງຄວາມເຫັນຂອງບັນດາສະຫະສະມາຄົມຂະແໜງອາຊີບ ແລະ ບັນດາຫົວໜ່ວຍທີ່ໄດ້ຮັບຜົນສະທ້ອນຈາກກົດໝາຍໂດຍກົງ. Tag vovworld vov ກຳມະການ ຂ່າວ/ບົດອື່ນ ຫວຽດນາມ ປະຕິບັດໜ້າທີ່ເປັນປະທານ ກຸ່ມ ອາຊີ - ປາຊີຟິກ ປະຈຳ ສປຊ ສຳເລັດຢ່າງດີເລີດ ໄຮຕີ ມີນາຍົກລັດຖະມົນຕີຄົນໃໝ່ IMF: ອາຊີ - ປາຊີຟິກ ມີການເຕີບໂຕເປັນປົກກະຕິ, ມີກຳລັງບົ່ມຊ້ອນພັດທະນາໃນຫຼາຍຂົງເຂດ ການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ: ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ເດີນທາງໄປຍັງ ຈໍແດນ
ການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ: ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ເດີນທາງໄປຍັງ ຈໍແດນ
ສົມທົບກັນເພື່ອກະກຽມໃຫ້ການເດີນຂະບວນ, ສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ
ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ລາວ ເປັນປະທານຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດອາຊຽນແລະ ບັນດາຄູ່ຮ່ວມມື
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ