ຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ສະຫະພັນລັດເຊຍຈັດກອງ ....

ຕອນ​​ເຊົ້າ​ວັນ​ທີ 21 ພະຈິກ ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຂອງ​ຄະ​ນະ​ກຳມາທິການ​ ລະຫວ່າງ​ລັດຖະບານ ຫວຽດນາມ - ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ​ເຕັກນິກ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດ​ເຊຍ Igo Suvanop ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ຢືນຢັນ​ວ່າ: ຫວຽດນາມ​ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ຢ່າງ​ດີງາມ​ກັບ ສະຫະພັນ​ລັດ​ເຊຍ ​ແລະ ສາຍ​ພົວພັນ​ນັບ​ມື້​ນັບ​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​​ເຂັ້ມ​ແຂງ:

        “ພາຍຫຼັງ​ກອງປະຊຸມ​ຄັ້ງ​ທີ່ 14 ຂອງ​ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ນັັບມື້​ນັບ​ສືບ​ຕໍ່​ໄດ້​ຮັກສາ, ປັບປຸງ ​ແລະ ພັດທະນາ, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ ປຊຊ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ໄດ້​ມີ​ບາດກ້າວ​ພັດທະນາ​ໄວ, ​ເຂັ້ມ​ແຂງ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ອັນ​ແທດ​ຈິງ. ການ​ຮ່ວມ​ມື​ດ້ານການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ, ສາທາລະນະ​ສຸກ, ການ​ເງິນ, ​ວິທະຍາສາດ​ເຕັກນິກ​.​.​. ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ໃໝ່”

        ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະ​ພ້ອມ​ກັນ​ຍູ້​ໄວ​ການ​ປະຕິບັດ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໃໝ່ ຄື: ອະ​ສັງ​ຫະລິ​ມະ​ຊັບ, ​ໄຟຟ້າ​ນິວ​ເຄຼຍ ​ແລະ ​​ໂທລະໂຄມ​ມະ​ນາ​ຄົມ. 2 ຝ່າຍ​ກໍ່​ຢືນຢັນ​ຄວນ​ເພິ່ມທະວີ​ການ​ແລກປ່ຽນ​ການ​ຄ້າ 2 ຝ່າຍ​ໃຫ້​ດີ​ກ່ວາ​ອີກ, ​ໃນ​ນັ້ນ ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ແມ່ນ​ມຸ້ງ​ໄປ​ເຖິງ​ການ​ສ້າງ​ເຂດ​ເສລີ 2 ຝ່າຍ​ຫວຽດນາມ - ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ