ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ເຮັດ​ວຽກ​ຢູ່​ແຂວງ ຮຶງ​ອຽນ

(VOVWORLD) - ວັນທີ 1 ພະຈິກ, ຄະນະປະຕິບັດງານ ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮຶງອຽນ.
ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ເຮັດ​ວຽກ​ຢູ່​ແຂວງ ຮຶງ​ອຽນ - ảnh 1ທ່ານນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ (ພາບ: TTXVN)

ທີ່ການເຮັດວຽກ ກັບການນຳແຂວງ ຮຶງອຽນ, ທ່ານນາງ ບຸດສະດີ ທະນະເມືອງ ໄດ້ສະແດງຄວາມຊົມເຊີຍ ຕໍ່ແຂວງຮຶງອຽນ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນໃນໄລຍະແຫ່ງການພັດທະນາເສດຖະກິດ - ສັງຄົມ, ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ. ທ່ານນາງ ບຸດສະດີ ທະນະເມືອງ ໄດ້ເນັ້ນໜັກວ່າ ບັນດາໝາກຜົນທີ່ເປັນໜ້າປະທັບໃຈຂອງແຂວງໃນການກໍ່ສ້າງຊົນນະບົດໃໝ່, ການດຶງດູດບັນດານັກລົງທຶນຕ່າງປະເທດ ຈະແມ່ນບົດຮຽນປະສົບການອັນລ້ຳຄ່າເພື່ອໃຫ້ບັນດາທ້ອງຖິ່ນຂອງ ລາວ ອາດຈະຮ່ຳຮຽນຕາມ ແລະ ພ້ອມກັນຮ່ວມມືພັດທະນາ. ທ່ານນາງ ບຸດສະດີ ທະນະເມືອງ ຫວັງວ່າ ໃນໄລຍະຈະມາເຖິງ, ແຂວງ ຮຶງອຽນ ຈະສືບຕໍ່ມີບັນດາການເຄື່ອນໄຫວອັນແທດຈິງ ເພື່ອແນໃສ່ແລກປ່ຽນ, ຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນທຸກຂົງເຂດເພື່ອເຮັດໃຫ້ສາຍພົວພັນ ນ້ຳໃຈຄວາມສາມັກຄີລະຫວ່າງສອງຊາດ, ສອງປະເທດ ຫວຽດນາມ - ລາວ ອຸດົມສົມບູນກ່ວາເກົ່າ. ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຝູກື, ແຂວງ ຮຶງອຽນ.

ຕອບກັບ

ຂ່າວ/ບົດ​ອື່ນ