ຄະນະຊີ້ນຳແຫ່ງຊາດຮຽກຮ້ອງຄວບຄຸມຜູ້ກັບເມືອທ້ອງຖິ່ນຈາກບັນດາເຂດໂລກລະບາດຢ່າງເຂັ້ມງວດ

(VOVWORLD) -ຄະນະຊີ້ນຳແຫ່ງຊາດໄດ້ເປັນເອກະພາບສະເໜີຕໍ່ນາຍົກລັດຖະມົນຕີ ສືບຕໍ່ປະຕິບັດການແຍກຫ່າງສັງຄົມຢູ່ 19 ແຂວງທາງພາກໃຕ້ຫວຽດນາມ ນັບແຕ່ວັນທີ 01 ສິງຫາ 2021.
ຄະນະຊີ້ນຳແຫ່ງຊາດຮຽກຮ້ອງຄວບຄຸມຜູ້ກັບເມືອທ້ອງຖິ່ນຈາກບັນດາເຂດໂລກລະບາດຢ່າງເຂັ້ມງວດ - ảnh 1
ຕ້ອງຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນໃນໄລຍະປະຕິບັດການແຍກຫ່າງ
(ພາບປະກອບ: VGP)

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທີ່ກອງປະຊຸມ, ຄະນະຊີ້ນຳແຫ່ງຊາດໄດ້ເປັນເອກະພາບສະເໜີຕໍ່ນາຍົກລັດຖະມົນຕີ ສືບຕໍ່ປະຕິບັດການແຍກຫ່າງສັງຄົມຢູ່ 19 ແຂວງທາງພາກໃຕ້ຫວຽດນາມ ນັບແຕ່ວັນທີ 01 ສິງຫາ 2021. ນັ້ນໜັກວ່າ, ເມື່ອໄດ້ປະຕິບັດມະຕິເລກທີ 16, ປະຊາຊົນຕ້ອງຢູ່ກັບທີ, ທ້ອງຖິ່ນໃດປະໃຫ້ປະຊາຊົນໄປແຂວງອື່ນ ຕ້ອງຮັບຜິດຊອບໜ້າທີ່ຕໍ່ນາຍົກລັດຖະມົນຕີ. ໃນກໍລະນີປະຊາຊົນພວມກັບເມືອບ້ານ ພວມໄປຢູ່ແຂວງອື່ນ, ທ້ອງຖິ່ນຕ້ອງຈັດລົດໂອໂຕເພື່ອສົ່ງປະຊາຊົນກັບເມືອບ້ານດ້ວຍຄວາມປອດໄພ.

ຄະນະຊີ້ນຳກໍ່ເຫັນດີນຳກັນວ່າ, ຕໍ່ໜ້າສະພາບໂລກລະບາດສັບສົນຢູ່ນະຄອນ ແລະ ບັນດາເຂດໃກ້ຄຽງຄືໃນປະຈຸບັນ, ຕ້ອງສຸມແຫຼ່ງວັກຊິນ, ໃຫ້ບຸລິມະສິດສູງສຸດໃຫ້ແກ່ເຂດດັ່ງກ່າວ ເພື່ອບັນລຸຄວາມຕານທານໃນຊຸມຊົນໄວທີ່ສຸດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ໃສ່ໃຈວ່າ:

“ມອບໃຫ້ກະຊວງສາທາລະນະສຸກ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢ່າງແໜ້ນແຟ້ນ ກວດກາຄືນ, ມີການດັດປັບທີ່ຈຳເປັນກ່ຽວກັບຂັ້ນຕອນ, ລະບຽບການສັກວັກຊິນ ເພື່ອສັກວັກຊິນໄວທີ່ສຸດ. ພ້ອມກັນນັ້ນ, ກະຊວງສາທາລະນະສຸກ ຕ້ອງຮັບປະກັນແຫຼ່ງວັກຊິນໃຫ້ຖືກຕ້ອງຕາມຄວາມຄືບໜ້າຂອງຄະນະກຳມະການປະຊາຊົນ ໂຮ່ຈີມິນ ທີ່ໄດ້ວາງອອກ, ເພື່ອໃຫ້ພວກເຮົາບັນລຸໄດ້ຄວາມຕານທານໃນຊຸມຊົນ, ເພື່ອໃຫ້ປະຊາຊົນ ໂຮ່ຈີມິນ ສາມາດກັບຄືນສູ່ເຮັດວຽກໃນເງື່ອນໄຂໄດ້ສັກວັກຊິນແລ້ວ”.

ທ່ານຮອງນຍົກລັດຖະມົນຕີ ຫວູດຶກດາມ ໃສ່ໃຈວ່າ, ບັນດາແຂວງ, ນະຄອນປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີ ຕ້ອງຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນໃນໄລຍະປະຕິບັດການແຍກຫ່າງ ເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈປະຕິບັດການແຍກຫ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ