ຄະນະທູດທະຫານບັນດາປະເທດຈັດຕັ້ງພົບປະແລກປ່ຽນມິດຕະພາບ

ຄະນະທູດທະຫານບັນດາປະເທດຈັດຕັ້ງພົບປະແລກປ່ຽນມິດຕະພາບ - ảnh 1
ຄະ​ນະ​ທູດ​ທະ​ຫານ​​
(ພາບ​ປະ​ກອບ​)

(vovworld) ​​- ຕອນ​ຄຳ່​ວັນ​ທີ 6/11, ຢູ່​ຮ່າ​ໂນ້ຍ, ຄະນະ​​ທູດ​ທະຫານ​ບັນດາ​     ປະ​ເທດປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ສາກົນ ​ເພື່ອ​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ພະນັກງານ, ນາຍ​ທະຫານກອງທັບ​ປະຊາຊົນ​ຫວຽດນາມ​ ເນື່ອງ​ໃນ​ໂອກາດສົ່ງ​ທ້າຍ​ປີ​ເກົ່າ ​ແລະ ຕ້ອນຮັບ​ປີ​ໃໝ່.

          ຕາງໜ້າ​ຄະນະ​ທູດ​​​ທະຫານບັນດາ​ປະ​ເທດ​ປະຈຳ​ຫວຽດນາມ, ທ່ານພັນ​ເອກSri Kumar ​ທູດ​​ທະຫານ​ອິນ​ເດຍ ​ໄດ້​ຂອບ​ອົບ​ຂອບ​ໃຈ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ ​​​ເຊິ່ງ​ໄດ້​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວຢ່າງ​ແທດ​ຈິງ, ຜ່ານ​ນັ້ນ​ຊ່ວຍ​​ທູດ​ທະຫານ​ບັນດາ​ປະ​ເທດມີ​ຄວາມ​ເຂົ້າ​ໃຈ​ຕື່ມອີກ ກ່ຽວ​ກັບ​ກອງທັບ​ປະຊາຊົນ​ຫວຽດນາມ, ວັດທະນະທຳ ​ແລະ ປະ​ເທດ​ຊາດ, ຊາວ​ຫວຽດນາມ. ທ່ານພັນ​ເອກ Sri Kumar ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ ​ເພື່ອ​​ໃຫ້ທູດ​​ທະຫານ​ບັນດາ​ປະ​ເທດ​ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ກອງທັບ​ບັນດາ​ປະ​ເທດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ