ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ວາງ​ເປົ້າ​ໝາຍ​ສູ້​ຊົນ​ຍາດຫຼຽນ​ຄຳ​ໃຫ້​ໄດ້ 150 ຫຼຽນ ຢູ່ ຊີ​ເກມ 31

(VOVWORLD) -  ຕອນຄ່ຳວັນທີ 28 ເມສາ, ຢູ່ສູນຝຶກແອບກິລາແຫ່ງຊາດ ຫວຽດນາມ ໄດ້ດຳເນີນພິທີຈັດສົ່ງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກມ 31). ກ່ອນທີ່ດຳເນີນພິທີ, ຄະນະນັກກິລາ ຫວຽດນາມ ຈະທຳພິທີຖະຫວາຍທູບທຽນຢູ່ອະນຸສາວະລີປະທານ ໂຮ່ຈີມິນ ໃນສະໜາມຫຼວງ ນັກກິລາ.
ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ວາງ​ເປົ້າ​ໝາຍ​ສູ້​ຊົນ​ຍາດຫຼຽນ​ຄຳ​ໃຫ້​ໄດ້ 150 ຫຼຽນ ຢູ່ ຊີ​ເກມ 31 - ảnh 1ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ຊີເກມ 31 ມີ 1.341 ຄົນ (ພາບ: TTXVN)

ຕາມມະຕິຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ຊີເກມ 31 ມີ 1.341 ຄົນ. ປະເພດແລ່ນ ແລະ ລານແມ່ນທິມມີຜູ້ເຂົ້າຮ່ວມຫຼາຍກວ່າໝູ່ ດ້ວຍຈຳນວນ 86 ຄົນ, ໃນນັ້ນ ມີນັກກິລາ 65 ຄົນ. ຄະນະນັກກິລາ ຫວຽດນາມ ວາງເປົ້າໝາຍສູ້ຊົນຍາດຫຼຽນຄຳໃຫ້ໄດ້ 150 ຫຼຽນ ຢູ່ ຊີເກມ 31. ຊີເກມ 31 ຈະດຳເນີນແຕ່ວັນທີ 12 – 23 ພຶດສະພາຢູ່ ຮ່າໂນ້ຍ ແລະ 11 ແຂວງ, ນະຄອນອ້ອມຂ້າງ. ງານມະຫາກຳກິລາ ຄັ້ງນີ້ ນັກກິລາທີ່ມາຈາກ 11 ຄະນະໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຈະແຂ່ງຂັນທັງໝົດ 526 ລາຍການ ຂອງ 40 ປະເພດກິລາ.

        ໃນງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ທີ່ຈະຈັດຂຶ້ນຢູ່ ຫວຽດນາມ ຄັ້ງນີ້, ໄດ້ຜະລິດສັດນຳໂຊກ ຊາວລາ 60.000 ໂຕ ເພື່ອມອບໃຫ້ຄະນະນັກກິລາ/ນັກກິລາ ແລະ ຂາຍໃຫ້ຜູ້ນິຍົມກິລາ. ການຜະລິດສັດນຳໂຊກຊາວລາ ແມ່ນແນໃສ່ສົ່ງແຮງບັນດານໃຈປົກປ້ອງທຳມະຊາດ, ນ້ຳໃຈກິລາ, ນ້ຳໃຈ ຊີເກມ ຂອງຊາວ ຫວຽດນາມ. ຄະນະຈັດຕັ້ງຊີເກມ 31 ຢັ້ງຢືນວ່າ ກຽມພ້ອມຈະເພີ່ມຈຳນວນສັດນຳໂຊກຊາວລາ ແລະ ວັດຖຸທີ່ລະນຶກອື່ນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ນິຍົມກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ