ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ - ảnh 1
ການເຮັດວຽກຂອງຄະນະປະຈຳສະພາແຫ່ງຊາດ

(vovworld) – ​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງ​ວາລະ​ປະຊຸມ​ຄັ້ງ​ທີ 3, ຕອນ​ເຊົ້າ​ວັນ​ທີ 13/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ​ປັບ​ປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ​້ວຍການ​ຖ່າຍ​ທອດ​ເຕັກ​ໂນ​​ໂລ​ຢີ. ຕາມ​ໃບ​ສະ​ເໜີ​ຂອງ​ລັດຖະບານ, ຮ່າງ​ກົດໝາຍ​​ໃສ່​ນີ້​ພຽ​ງ​ແຕ່ປັບປຸງ, ​ເພີ່ມ​ເຕີມ​ 16 ມາດຕາ​ໃນ​ຍອດ​ຈຳນວນ 61 ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ປີ 2006. ດັ່ງ​ນັ້ນ, ບັນດາ​ຜູ້​ແທນ​ສະ​ເໜີ​​ໃຫ້ຄະນະ​ຮຽບຮຽງ​ຕ້ອງ​ຄົ້ນ​ຄ້ວາລະ​ອຽດ, ປັບປຸງ​ຢ່າງຮອບດ້ານ​ບັນດາ​ຂ​ໍ້ກຳນົດ​ຂອງ​ກົດໝາຍວ່າ​ດ້ວຍ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີປີ 2006. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກ​ິມ​ເງິນ, ສະ​ເໜີ​ວ່າ:

        “ຂອບ​ເຂດ​ການ​ປັບປຸງ​ຕ້ອງ​ສັງ​ລວມກ່ວາ, ຮອບດ້ານ​ກ່ວາ, ຕ້ອງ​ສືບ​ທອດບັນດາ​ຂໍ້​ກຳນົດ​ຍັງ​ຮັກສາ​ຄຸນຄ່າ​​ເດີມຂອງ​ກົດໝາຍ​ສະບັບ​ເກົ່າ​ໄວ້, ພ້ອມ​ທັງ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດສິ່ງທີ​ຍັງຄົງ​ຄ້າງ, ຜ່ານ​ການ​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ​ແລະ ​ເໝາະສົມ​ກັບ​ສະພາບ​ການ​ໃໝ່, ຄວາມຮຽກຮ້ອງຕ້ອງການ, ໜ້າ​ທີ່​ຂອງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ​ກ່ຽວ​ກັບ​ເນື້ອ​ໃນ​ທີ່​ວາ​ງອອກ​ນັ້ນ​ແມ່ນ ມະຕິ​ເລກທີ 20 ຂອງ​ສູນ​ກາງ​ພັກຄັ້ງ​ທີ 6 ຊຸດ​ທີ 11 ​ເວົ້າ​ເຖິງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ. ຂ້າພະ​ເຈົ້າ​ຊົມ​ເຊີຍ​ໃນ​ການ​ປັບປຸງ​ກົດໝາຍ​ນີ້​ຍົກ​ອອກ​ມາ​ບັນດາ​ຂໍ້​ກ​ຳນົດກ່ຽວ​ກັບ​ບົດບາດ​ການ​ຄຸ້ມ​ຄອງ​ລັດ​​ໃນ​ການຄວບ​ຄຸມ​ເຕັກ​ໂນ​ໂລ​ຢີ.”


ຂ່າວ/ບົດ​ອື່ນ