ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ເອກະ​ພາບ​ເລື່ອງ​ຕ້ອງ​ຍົກ​ເວັ້ນ, ຫລຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ປ​ຊ​ຊ

(VOVWORLD) -ໂດຍສືບຕໍ່ລາຍການວາລະປະຊຸມຄັ້ງທີ 3, ຕອນເຊົ້າວັນທີ 16 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບ ກ່ຽວກັບເລື່ອງຍື່ນສະເໜີຮ່າງມະຕິກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະ ພັດທະນາແຂວງ ແທັງຮວາ ທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 15 ທີ່ຈະມາເຖິງ.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ເອກະ​ພາບ​ເລື່ອງ​ຕ້ອງ​ຍົກ​ເວັ້ນ, ຫລຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ປ​ຊ​ຊ - ảnh 1

 ທ່ານລັດຖະມົນຕີກະຊວງການເງິນໂຮ່ດຶກເຟິກສະເໜີບົດຍື່ນສະເໜີຂອງລັດຖະບານ (ພາບ: ສະພາແຫ່ງຊາດ)

      ແລະ ກໍ່ໃນຕອນເຊົ້າຂອງວັນທີ 16 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບກ່ຽວກັບເລື່ອງຕ້ອງຍົກເວັ້ນ, ຫລຸດຜ່ອນພາສີ ແນໃສ່ໜູນຊ່ວຍໃຫ້ແກ່ວິສາຫະກິດ, ປຊຊ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ 19. ຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບກັບລັດຖະບານ ຈະຫລຸດ 30% ພາສີລາຍຮັບວິສາຫະກິດ ໃຫ້ແກ່ບັນດາວິສາຫະກິດມີຍອດລາຍຮັບປີ 2021 ບໍ່ເກີນ 200 ຕື້ດົ່ງຕາມທິດເພິ່ມເງື່ອນໄຂຍອດລາຍຮັບປີ 2021 ຫລຸດລົງ ເມື່ອທຽບກັບຍອດລາຍຮັບປີ 2020. ສຳລັບສ່ວນບຸກຄົນດຳເນີນທຸລະກິດ, ລັດຖະບານດັດປັບເນື້ອໃນກ່ຽວກັບນະໂຍບາຍພາສີຕາມທິດຍົກເວັ້ນພາສີທັງໝົດຂອງໄຕມາດທີ 3 ແລະ 4 ປີ 2021.

   ໃນຕອນບ່າຍຂອງວັນທີ 16 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ແຜນຮ່າງຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ ແລະ ຄວາມປອດໄພຂອງເຂື່ອນ, ອ່າງເກັບນ້ຳໄລຍະ 2021 – 2030 ວິໄສທັດຮອດປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ