ຄະນະປະຕິບັດງານຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ອີຕາລີ

(VOVWORLD) - ແຕ່ວັນທີ 21-24 ກັນຍາ, ຄະນະປະຕິບັດງານຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໂດຍ ທ່ານຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຟາມດິ່ງຕວານ ນຳໜ້າໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ອີຕາລີ. 
ຄະນະປະຕິບັດງານຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ອີຕາລີ - ảnh 1  ທ່ານ ຟາມດິ່ງຕວານ ແລະ ທ່ານຮອງປະທານສະພາຕ່ຳ ອີຕາລີ Marina Sereni (ພາບ: TTXVN)

ໃນໄລຍະຢູ່ຢ້ຽມຢາມ, ຄະນະໄດ້ມີການພົບປະກັບ ທ່ານຮອງປະທານສະພາຕ່ຳ ອີຕາລີ Marina Sereni ແລະ ໄດ້ເຮັດວຽກກັບ ທ່ານປະທານຄະນະກຳມະການລັດຖະທຳມະນູນສະພາຕ່ຳ Andrea Mazziotti di Celso. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບເສດຖະກິດ, ການເມືອງຂອງແຕ່ບລະປະເທດ, ກ່ຽວກັບວຽກງານ, ໜ້າທີ່ເຊິ່ງທັງສອງຝ່າຍມີຄວາມສົນໃຈນຳກັນ; ແລກປ່ຽນບົດຮຽນໃນຂົງເຂດນິຕິບັນຍັດ, ການຕິດຕາມກວດກາ, ການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ