ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ຊ່ຽງຊ່ານ ປັກກິງ ຄັ້ງທີ 11

(VOVWORLD) -         ທ່ານລັດຖະມົນຕີ ຟານວັນຢາງ, ເນັ້ນໜັກເຖິງ ອາຊີ - ປາຊີຟິກ ທີ່ພວມປະເຊີນໜ້າກັບການມີໜ້າຂອງບັນດາປະເທດນອກພາກພື້ນ
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ຊ່ຽງຊ່ານ ປັກກິງ ຄັ້ງທີ 11 - ảnh 1(ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄຳເຫັນທີ່ເວທີປາໄສ)

        ຕອນເຊົ້າວັນທີ 13 ກັນຍາ, ເວທີປາໄສ ຊ່ຽງຊ່ານ ປັກກິງ ຄັ້ງທີ 11, ດ້ວຍຫົວຂໍ້ຕົ້ນຕໍ “ພ້ອມກັນສ້າງສັນຕິພາບ, ພ້ອມກັນແບ່ງປັນອະນາຄົດ”, ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ປັກກິງ, ຈີນ. ທ່ານພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີບົດກ່າວປາໄສສຳຄັນວາລະປະຊຸມຄົບຄະນະ 1 ດ້ວຍຫົວຂໍ້ “ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນ, ສະຖຽນລະພາບຂອງພາກພື້ນ ອາຊີ - ປາຊີຟິກ”.

        ໃນບົດກ່າວປາໄສ, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັ້ກວ່າ, ເພື່ອປະຕິບັດການຫັນຄວາມປາດຖະໜາ, ຄວາມຫວັງກ່ຽວກັບ ອາຊີ - ປາຊີຟິກ ໃຫ້ນັບມື້ນັບພັດທະນາຢ່າງວັດທະນາຖາວອນ ແລະ ມີສະຖຽນລະພາບໃຫ້ປະກົດຜົນເປັນຈິງ. ກ່ຽວກັບບັນຫາທະເລຕາເວັນອອກ, ຫວຽດນາມ ຢືດໝັ້ນການແກ້ໄຂທຸກຂໍ້ຄົງຄ້າງ, ບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ; ເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນກົດບັດສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ປະຕິບັດບັນດາຄຳໝັ້ນສັນຍາສາກົນ, ພາກພື້ນຢ່າງເຂັ້ມງວດ ຄື ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC).

        ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ, ອາຊີ - ປາຊີຟິກ ພວມປະເຊີນໜ້າກັບການມີໜ້າຂອງບັນດາປະເທດນອກພາກພື້ນ, ທ່ານຢືນຢັນວ່າ:

        “ຫວຽດນາມ ສະໜັບສະໜູນການມີໜ້າຂອງບັນດາປະເທດຢູ່ພາກພື້ນເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ; ຍາມໃດ ຫວຽດນາມ ກໍ່ປາດຖະໜາວ່າ ບັນດາປະເທດເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ເຄົາລົບກົດໝາຍສາກົນ ແລະ ບັນດາຄຳໝັ້ນສັນຍາພາກພື້ນ ເພື່ອຕັ້ງໜ້າປະກອບສ່ວນສ້າງພາກພື້ນ ອາຊີ - ປາຊີຟິກ ໃຫ້ມີຄວາມວັດທະນາຖາວອນ ແລະ ມີສະຖຽນລະພາບ; ບໍ່ຍອມຮັບ ແລະ ເດັດດຽວຄັດຄ້ານທຸກການກະທຳເຮັດໃຫ້ສະພາບການເຄັ່ງຕຶງ, ສັບສົນຂຶ້ນຕື່ມ ກີດຂວາງຄວາມວັດທະນາຖາວອນ, ສະຖຽນລະພາບຂອງແຕ່ລະປະເທດ, ຂອງພາກພື້ນ ແລະ ໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ