ຄະ​ນະ​ຜູ້​ແທນ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ລາວ ເຂົ້າ​ວາງ​ພວງ​ມາ​ລາ ອາ​ໄລ​ຫາ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພາ​ນຸ​ວົງ

(VOVWORLD) -  ຄະນະຜູ້ແທນໄດ້ວາງພວງມາລາ ແລະ ກົ້ມຫົວໄຫວ້ອາໄລ ເພື່ອສະແດງຄວາມຮູ້ບູນຄຸນຢ່າງລົ້ນເຫຼືອ, ຄວາມເຄົາລົບນັບຖື ແລະ ອາໄລອາວອນເຖິງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ. 
ຄະ​ນະ​ຜູ້​ແທນ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ລາວ ເຂົ້າ​ວາງ​ພວງ​ມາ​ລາ ອາ​ໄລ​ຫາ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພາ​ນຸ​ວົງ - ảnh 1ຄະນະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ, ບັນດາອົງການອ້ອມຂ້າງສະຖານທູດ ເຂົ້າວາງພວງມາລາຢູ່ໜ້າຮູບປັ້ນປະທານ ສຸພານຸວົງ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາແຫ່ງ ສປປ.ລາວ ຄົບຮອບ 48 ປີ (2/12/1975-2/12/2023)  ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ (13/12/1920-13/12/2023), ຕອນເຊົ້າວັນທີ 12 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ, ບັນດາອົງການອ້ອມຂ້າງສະຖານທູດ, ຄະນະຮັບຜິດຊອບວຽກງານ, ຄະນະບໍລິຫານງານ ຊາວໜຸ່ມຄອມມູນິດ ຫວຽດນາມ ປະຈຳ ລາວ… ໄດ້ເຂົ້າວາງພວງມາລາຢູ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ, ຢ້ຽມຢາມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ປະທານ ສຸພານຸວົງ.

        ຢູ່ບັນດາສະຖານທີ່ດັ່ງກ່າວ, ຄະນະຜູ້ແທນໄດ້ວາງພວງມາລາ ແລະ ກົ້ມຫົວໄຫວ້ອາໄລ ເພື່ອສະແດງຄວາມຮູ້ບູນຄຸນຢ່າງລົ້ນເຫຼືອ, ຄວາມເຄົາລົບນັບຖື ແລະ ອາໄລອາວອນເຖິງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ເຊິ່ງເປັນຜູ້ນຳທີ່ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດ ລາວ ແລະສາຍພົວພັນແບບພິເສດ ລາວ - ຫວຽດນາມ, ກໍຄືສຳລັບສັນຕິພາບຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ