ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ ພົບປະກັບການນຳ ລາວ

(VOVWORLD) -  ໂດຍສຶບຕໍ່ການຢ້ຽມຢາມ ລາວ ແລະ ເຂົ້າຮ່ວມງານພົບປະມິດຕະພາບປະຊາຊົນ ລາວ-ຫວຽດນາມ ຄັ້ງທີ 4, ຕອນເຊົ້າວັນທີ 19 ກໍລະກົດ
ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ ພົບປະກັບການນຳ ລາວ - ảnh 1 ທ່ານ ບຸນຍັງ ວໍລະຈິດ ໃຫ້ການຕ້ອນຮັບ ທ່ານ ເຈີ່ນວັນຕີ້

ຄະນະຜູ້ແທນ ຫວຽດນາມ ລວມມີສະມາຊິກ 55 ທ່ານ ເຊິ່ງນຳໂດຍ  ທ່ານ ເຈີ່ນວັນຕີ້, ຫົວໜ້າຄະນະຮັບຜິດຊອບວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ, ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ປາຖະໜາວ່າ: ບັນດາສະມາຊິກໃນຄະນະຜູ້ແທນ ເວົ້າສະເພາະກໍ່ຄື ສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ ເວົ້າລວມຈະມີບັນດາການປະກອບສ່ວນຢ່າງແທດຈິງກວ່າອີກ, ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ ໃຫ້ດີຍິ່ງຂຶ້ນ.

        ທ່ານ ເຈີ່ນວັນຕີ້, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ, ຢັ້ງຢືນວ່າ: ສະມາຄົມມິດຕະພາບ ຫວຽດນາມ-ລາວ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບ ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ເປັນຕົ້ນແມ່ນການພົວພັນລະຫວ່າງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ ຢູ່ພາກພື້ນ ແລະ ໃນໂລກ.

        ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ; ເຂດອານຸສອນສະຖານ ປະທານ ສຸພານຸວົງ. ຕອນບ່າຍ, ຄະນະຜູ້ແທນມີການພົບປະສ້າງສັນກັບສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ