ຄະນະພະນັກງານກະຊວງປ້ອງກັນປະເທດ ເຮັດວຽກກັບຄະນະຜູ້ຕາງໜ້າສະຫະປະຊາຊາດ ຢູ່ສ.ອາຟລິກາກາງ

ຄະນະພະນັກງານກະຊວງປ້ອງກັນປະເທດ ເຮັດວຽກກັບຄະນະຜູ້ຕາງໜ້າສະຫະປະຊາຊາດ ຢູ່ສ.ອາຟລິກາກາງ - ảnh 1
ຄະນະ​ພະນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເຮັດ​ວຽກ​ກັບ
ຄະນະ​ຜູ້​ຕາງໜ້າສະຫະ​ປະຊາ​ຊາດ ຢູ່​ສ.ອາ​ຟລິ​ກາ​ກາງ
(ພາບ: qdnd.vn)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 28/02 – 06/03, ພົນ​ຕີ ຫງວຽນ​ຈ້ອງ​ເຫງັ້ຍ, ຮອງ​ຫົວ​ໜ້າ​ກົມ​​ໃຫຍ່ການ​ເມືອງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ກະຊວງ​ປ້​​ອງກັນ​ປະ​ເທດ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ການ​​ເຄື່ອນ​ໄຫວຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ ​ໄປ​ເຮັດ​ວຽກ​ກັບຄະນະ​ຜູ້​ຕາງໜ້າ​ສະຫະ​ປະຊາ​ຊາດ ຢູ່​ສ.ອາ​ຟລິ​ກາ​ກາງ. ​ໃນ​ລາຍການ​ເຮັດ​ວຽກ, ຄະນະ​ຜູ້​ແທນ​ຫວຽດນາມໄດ້​ໄປ​ຢ້ຽມ​ຢາມ, ​ເຮັດ​ວຽກ​ກັບຄະນະ​ຜູ້​ຕາງໜ້າສະຫະ​ປະຊາ​ຊາດ ຢູ່​ສ.ອາ​ຟລິ​ກາ​ກາງ; ຢ້ຽມຢາມ​ບາງ​ຫົວໜ່ວຍ​ຮັກສາ​ສັນຕິພາບ​ຂອງ​ບັນດາ​ປະ​ເທດ​ຢູ່ອາ​ຟລິ​ກາ​ກາງ; ສຳ​ຫຼວດພູມີ​ປະ​ເທດຕົວ​ຈິງ​ຢູ່ ​ສ.ອາ​ຟລິ​ກາ​ກາງ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຜັນ​ຂະຫຍາຍ​ກຳລັງ​ຂອງ​ຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ