ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ ຍົກສູງປະສິດທິຜົນການເຄື່ອນໄຫວ, ຕອບສະໜອງຄວາມມຸ່ງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງ

(VOVWORLD) -ຈິດໃຈຂອງປະຊາຊົນຈຶ່ງແມ່ນປັດໄຈຕັດສິນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນຈຶ່ງເຮັດໄດ້, ສະນັ້ນ, ສະມາຊິກສະພາແຫ່ງຊາດ ຕ້ອງແກ້ໄຂການພົວພັນກັບປະຊາຊົນ, ເຂົ້າໃຈປະຊາຊົນເປັນຢ່າງດີ, ຈາກນັ້ນ ກໍ່ສ້າງກົດໝາຍໃຫ້ແທດເໝາະ.

ວັນທີ 16 ມັງກອນ, ຄະນະສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປີ 2018 ແລະ ຜັນຂະຫຍາຍແຜນການປີ 2019. ໂດຍເປັນກຽດເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ຮ່ວາງຈຸງຫ໋າຍ ເປັນປະທານກອງປະຊຸມ.

ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ ຍົກສູງປະສິດທິຜົນການເຄື່ອນໄຫວ, ຕອບສະໜອງຄວາມມຸ່ງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມດ່້ວຍບັນດາສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ (ພາບ:qdnd.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ຖືວ່າສະມາຊິກສະພາແຫ່ງຊາດນະຄອນຫຼວງ ຄວນຍົກສູງຄຸນນະພາບການເຄືຶ່ອນໄຫວພົບປະ ຜູ້ມີສິດເລືອກຕັ້ງ, ຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນ. ເຊິ່ງເປັນສະມາຊິກສະພາແຫ່ງຊາດ, ເພື່ອເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ຄວນຮັບຟັງ ແລະ ຮຽນຮູ້ນຳປະຊາຊົນ, ຮຽນຮູ້ນຳຜູ້ມີສິດເລືອກຕັ້ງ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ. ທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຈິດໃຈຂອງປະຊາຊົນຈຶ່ງແມ່ນປັດໄຈຕັດສິນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນຈຶ່ງເຮັດໄດ້, ສະນັ້ນ, ສະມາຊິກສະພາແຫ່ງຊາດ ຕ້ອງແກ້ໄຂການພົວພັນກັບປະຊາຊົນ, ເຂົ້າໃຈປະຊາຊົນເປັນຢ່າງດີ, ຈາກນັ້ນ ກໍ່ສ້າງກົດໝາຍໃຫ້ແທດເໝາະ.

ສະຫຼຸບກອງປະຊຸມ, ທ່ານເລຂາພັກນະຄອນ ຮ່າໂນ້ຍ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈຳນະຄອນຫຼວງຮ່າໂນ້ຍ ຮວ່າງຈຸງຫ໋າຍ ຢັ້ງຢືນວ່າ ປີ 2018 ບັນດາສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ ໄດ້ປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ນັ້ນແມ່ນເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດ, ເປັນກະບອກສຽງຂອງຜູ້ມີສິດເລືອກຕັ້ງ. ປີ 2019, ທ່ານ ຮ່ວາງຈຸງຫ໋າຍ ສະເໜີໃຫ້ບັນດາສະມາຊິກ ສືບຕໍ່ຍົກສູງນ້ຳໃຈຮັບຜິດຊອບ, ສຸມສະຕິປັນຍາ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຄື່ອນໄຫວລວມ ຂອງຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ເຮັດສຳເລັດໜ້າທີ່ເປັນຕົວແທນຂອງປະຊາຊົນ; ຢັ້ງຢືນຖານະບົດບາດຂອງຄະນະ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ໃນການປະຕິບັດໜ້າທີ່ການເມືອງຂອງນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ