ຄໍາມ່ວນ-ກວາງບິ່ງ ແລກປ່ຽນບົດຮຽນວຽກງານພາຍໃນ

(VOVWORLD) -ທ່ານນາງ ແສງມະນີ ອິນທະລັງສີ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນແຂວງ ໄດ້ພົບປະແລກປ່ຽນ ບົດຮຽນ ກັບ ທ່ານ ເຈິ່ນດິ່ງຢິງ ກໍາມະການພັກແຂວງ, ຫົວໜ້າພະແນກພາຍໃນ ແຂວງກວາງບິ່ງ ສສ ຫວຽດນາມ ນໍາໜ້າ ພ້ອມຄະນະ ໃນວັນທີ 13 ພຶດສະພາ 2019 ຢູ່ແຂວງຄຳມ່ວນ
ຄໍາມ່ວນ-ກວາງບິ່ງ ແລກປ່ຽນບົດຮຽນວຽກງານພາຍໃນ - ảnh 1ການນໍາສອງແຂວງລົງນາມໃນບົດບັນທຶກຊ່ວຍຈໍາ (ພາບ: ຂປລ)

ພະແນກພາຍໃນ ແຂວງຄຳມ່ວນ ນຳໂດຍ ທ່ານນາງ ແສງມະນີ ອິນທະລັງສີ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນແຂວງ ໄດ້ພົບປະແລກປ່ຽນ ບົດຮຽນ ກັບ ທ່ານ ເຈິ່ນດິ່ງຢິງ ກໍາມະການພັກແຂວງ, ຫົວໜ້າພະແນກພາຍໃນ ແຂວງກວາງບິ່ງ ສສ ຫວຽດນາມ ນໍາໜ້າ ພ້ອມຄະນະ ໃນວັນທີ 13 ພຶດສະພາ 2019 ຢູ່ແຂວງຄຳມ່ວນ ເຊິ່ງການພົບປະຄັ້ງນີ້ ສອງຝ່າຍຕ່າງກໍໄດ້ແຈ້ງສະພາບການເຄື່ອນໄຫວວຽກງານວິຊາສະເພາະ ຂອງຕົນ ໃຫ້ກັນຊາບ ພ້ອມທັງ ໄດ້ມີການປຶກສາຫາລືວຽກງານການພົວພັນຮ່ວມມື ເຊິ່ງກັນ ແລະ ກັນໃນຕໍ່ໜ້າ, ພ້ອມກັນນີ້, ກໍໄດ້ມີເຊັນບົດບັນທຶກຊ່ວຍຈໍາຮ່ວມກັນ ເຊິ່ງສອງຝ່າຍເຫັນດີ ເປັນເອກະພາບກັນ ກ່ຽວກັບ ບັນດາເນື້ອໃນ ທີ່ໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ ວຽກງານ ຂອງຂະແໜງ ພາຍໃນ ໃຫ້ມີປະສິດທິພາບຕໍ່ໄປເລື້ອຍໆ ເພື່ອຮັບໃຊ້ວຽກງານພັດທະນາ ຮ່ວມກັນຂອງສອງແຂວງ.

ຜ່ານການແລກປ່ຽນ ແລະ ຖອດຖອນບົດຮຽນຄັ້ງນີ້ ສອງແຂວງ ໄດ້ເປັນເອກະພາບກັນ ໃນການຮັກສາທຸກການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນ ແຕ່ລະໜ້າວຽກຄື: ຈັດຕັ້ງຄະນະແລກປ່ຽນຖອດຖອນບົດຮຽນລະຫວ່າງພະແນກພາຍໃນຂອງສອງແຂວງ 2 ປີ/ຄັ້ງ, ພະແນກພາຍໃນ ແຂວງກວາງບິ່ງ ໄດ້ເຊີນ ພະແນກພາຍໃນ ແຂວງຄໍາມ່ວນ ໄປຢ້ຽມຢາມ ແລະ ເຮັດວຽກກັບພະແນກພາຍໃນແຂວງ ກວາງບິ່ງ ໃນເວລາທີ່ເໝາະສົມ, ພ້ອມນັ້ນພະແນກພາຍໃນ ແຂວງຄໍາມ່ວນ ກໍໄດ້ຂໍຄວາມຊ່ວຍເຫລືອຈາກພະແນກພາຍໃນ ແຂວງກວາງບິ່ງ ເພື່ອຊ່ວຍຝຶກອົບຮົມ ໃຫ້ພະນັກງານ ທາງດ້ານ ພາສາຫວຽດນາມ ຕື່ມອີກ.

ຕາມ: ຂປລ

ຕອບກັບ

ຂ່າວ/ບົດ​ອື່ນ