ຄຳ​ເຫັນ​ຂອງ​ປະ​ຊາ​ຊົນທີ່​ມີ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12

(VOVWORLD) -  “ ສິ່ງສຳຄັນທີ່ສຸດ ແມ່ນວຽກງານບຸກຄະລາກອນ, ເພາະວ່າ ວຽກງານບຸກຄະລາກອນເປັນການຕັດສິນທັງໝົດ. ວຽກງານບຸກຄະລາກອນຕ້ອງປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນ, ຖືກຕາມຫຼັກການ, ຖືກຕາມມາດຖານ ”
     ຄຳ​ເຫັນ​ຂອງ​ປະ​ຊາ​ຊົນທີ່​ມີ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 - ảnh 1 (ພາບປະກອບ: TTXVN)

     ປະຊາຊົນໃນທົ່ວປະເທດມີຄວາມສົນໃຈຕິດຕາມ ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ຊຶ່ງໄດ້ຖືກໄຂຂຶ້ນໃນວັນທີ 11 ພຶດສະພາຢູ່ຮ່າໂນ້ຍ. ທ່ານ ຫງວຽນດຶກເຊີນ ເຈົ້າຂອງວິສາຫະກິດແຫ່ງໜຶ່ງຢູ່ ຍ່າຈາງ ແຂວງແຄ້ງຮ່ວາ ໃຫ້ຮູ້ວ່າ :

    “ ຂ້າພະເຈົ້າຝາກຄວາມຫວັງຕໍ່ຄຸນນະພາບຖັນແຖວບຸກຄະລາກອນຕາມມາດຖານ ຊຶງທ່ານເລຂາທິການໃຫຍ່ ປະທານປະເທດໄດ້ວາງອອກ. ນັ້ນແມ່ນຄຸນນະພາບຂອງບັນດາຜູ້ເປັນພະນັກງານການນຳ ທີ່ສັງກັດ ຄະນະບໍລິຫານງານສູນກາງພັກ ແມ່ນຕ້ອງມີຄວາມໃສສະອາດ, ມີຈິດໃຈທ່ຽງທຳ, ເພື່ອປະຊາຊົນ, ເພື່ອປະເທດຊາດ”

    ສ່ວນທ່ານ ດິງມິນຖື ອະດີດຄະນະປະຈຳພັກແຂວງໆ ກວາງບີງ ໃຫ້ຮູ້ວ່າ :

   “ ສິ່ງສຳຄັນທີ່ສຸດ ແມ່ນວຽກງານບຸກຄະລາກອນ, ເພາະວ່າ ວຽກງານບຸກຄະລາກອນເປັນການຕັດສິນທັງໝົດ. ວຽກງານບຸກຄະລາກອນຕ້ອງປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນ, ຖືກຕາມຫຼັກການ, ຖືກຕາມມາດຖານ ”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ