ງານຕະຫຼາດນັດ ແລະ ເວທີປາໄສພັດທະນາພາກກາງຂອງປະເທດລັດເຊຍ

(VOVWORLD) - ໃນວັນທີ 16 -17 ມິຖຸນາ, ຢູ່ແຂວງ Kursk, ສະຫະພັນ ລັດເຊຍ ໄດ້ດຳເນີນເວທີປາໄສພັດທະນາທາງພາກກາງ ລັດເຊຍ ແລະ ງານຕະຫຼາດນັດມູນເຊື້ອໄດ້ຮັບການຈັດຕັ້ງປະຈຳປີທີ່ມີຊື່ວ່າ “ງານຕະຫຼາດນັດແຫ່ງກົກເຄົ້າເຫງົ້າກໍ”. 
ງານຕະຫຼາດນັດ ແລະ ເວທີປາໄສພັດທະນາພາກກາງຂອງປະເທດລັດເຊຍ - ảnh 1 ຄະນະຜູ້ແທນແຂວງ ນີງທ້ວນ ເຂົ້າຮ່ວມງານຕະຫຼາດນັດ

ຄະນະຜູ້ແທນແຂວງ ນີງທ້ວນ ຂອງ ຫວຽດນາມ ໂດຍທ່ານ ລືວຊວນຫວີງ, ປະທານຄະນະກຳມະການປະຊາຊົນແຂວງ ນຳໜ້າເປັນແຂກຖືກເຊີນຂອງການເຄື່ອນໄຫວນີ້. ພ້ອມກັບງານຕະຫຼາດນັດມູນເຊື້ອນີ້, ເວທີປາໄສເສດຖະກິດພາກກາງປະເທດລັດເຊຍ ຄັ້ງທີ 6 ກໍ່ໄດ້ຮັບການຈັດຕັ້ງ, ດຶງດູດວິສາຫະກິດຫຼາຍແຫ່ງ ແລະ ບັນດານັກລົງທຶນພາຍໃນປະເທດລັດເຊຍ ແລະ ຕ່າງປະເທດ ເຂົ້າຮ່ວມປຶກສາຫາລື ດ້ວຍຫົວຂໍ້ວ່າ “ພື້ນຖານເສດຖະກິດທັນສະໄໝ ໃນສັງກະລາດດີຈີຕອນ”. ຮ້ານວາງສະແດງຂອງ ຫວຽດນາມ ທີ່ງານຕະຫຼາດນັດດ້ວຍບັນດາປະເພດສິນຄ້າທີ່ເປັນມູນເຊື້ອຄື: ຊາ, ກາເຟ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງແຟຊັນ ໄດ້ຮັບການຕ້ອນຮັບ ຈາກລູກຄ້າ ລັດເຊຍ ເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ