ງານບຸນຂອງຂວັນການທ່ອງທ່ຽວ ຮ່າໂນ້ຍ 2023 ດຶງດູດແຂກເຂົ້າຮ່ວມກ່ວາ 20.000 ເທື່ອຄົນ

(VOVWORLD) - ງານບຸນຂອງຂວັນການທ່ອງທ່ຽວ ຮ່າໂນ້ຍ 2023 ໄດ້ຈັດຂຶ້ນເພື່ອແນໃສ່ພັດທະນາ, ແນະນຳບັນດາຜະລິດຕະພັນທີ່ລະນຶກ, ຂອງຂວັນການທ່ອງທ່ຽວທີ່ມີຢູ່ແລ້ວ ແລະ ບັນດາຜະລິດຕະພັນໃໝ່, ເປັນເອກະລັກສະເພາະ...
ງານບຸນຂອງຂວັນການທ່ອງທ່ຽວ ຮ່າໂນ້ຍ 2023 ດຶງດູດແຂກເຂົ້າຮ່ວມກ່ວາ 20.000 ເທື່ອຄົນ - ảnh 1ພາບປະກອບ

ຕອນບ່າຍວັນທີ 5 ພະຈິກ, ງານບຸນຂອງຂວັນການທ່ອງທ່ຽວ ຮ່າໂນ້ຍ ປີ 2023 ໄດ້ອັດລົງພາຍຫຼັງດຳເນີນມາເປັນເວລາ 3 ວັນ (3-5 ພະຈິກ), ຢູ່ຮ່າໂນ້ຍ. ດ້ວຍຄວາມດຶງດູດຂອງບັນດາຮ້ານວາງສະແດງ ແລະ ການເຄື່ອນໄຫວຕ່າງໆ, ງານບຸນໄດ້ມີແຂກເຂົ້າຮ່ວມກ່ວາ 20.000 ເທື່ອຄົນ.

        ງານບຸນຂອງຂວັນການທ່ອງທ່ຽວ ຮ່າໂນ້ຍ 2023 ໄດ້ຈັດຂຶ້ນເພື່ອແນໃສ່ພັດທະນາ, ແນະນຳບັນດາຜະລິດຕະພັນທີ່ລະນຶກ, ຂອງຂວັນການທ່ອງທ່ຽວທີ່ມີຢູ່ແລ້ວ ແລະ ບັນດາຜະລິດຕະພັນໃໝ່, ເປັນເອກະລັກສະເພາະ, ສະແດງໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວເຫັນຈຸດທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ. ນີ້ແມ່ນເຫດການປະຈຳປີຂອງພະແນກທ່ອງທ່ຽວ ຮ່າໂນ້ຍ, ໄດ້ຮັບການລົງທຶນລະອຽດລະອໍ, ມີຂອບຂະໜາດໃຫຍ່, ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະການ, ບັນດາໝູ່ບ້ານອາຊີບ, ບັນດາຫົວໜ່ວຍ, ວິສາຫະກິດການທ່ອງທ່ຽວ ແລະ ບັນດາຮາກຖານຜະລິດ, ດຳເນີນທຸລະກິດການທ່ອງທ່ຽວໃນບໍລິເວນນະຄອນຫຼວງເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ