ງານບຸນຂອງຂວັນການທ່ອງທ່ຽວຮ່າໂນ້ຍ: ພັດທະນາເສດຖະກິດການທ່ອງທ່ຽວ, ເພີ່ມຄວາມດູດດື່ມຕໍ່ແຂກທ່ອງທ່ຽວ

(VOVWORLD) - ເຂດວາງສະແດງ ແລະ ແນະນຳຜະລິດຕະພັນຂອງຂວັນລວມມີຮ້ານວາງສະແດງ 70 ຮ້ານ, ເຊິ່ງລວມມີບັນດາຜະລິດຕະພັນຂອງຂັວນຂອງບັນດາໝູ່ບ້ານອາຊີບຂອງຮ່າໂນ້ຍ
ງານບຸນຂອງຂວັນການທ່ອງທ່ຽວຮ່າໂນ້ຍ: ພັດທະນາເສດຖະກິດການທ່ອງທ່ຽວ, ເພີ່ມຄວາມດູດດື່ມຕໍ່ແຂກທ່ອງທ່ຽວ - ảnh 1ການສະແດງສິລະປະທີ່ພິທີໄຂງານບຸນ
(ພາບ:VOV)
 
 

ງານບຸນຂອງຂວັນການທ່ອງທ່ຽວ ຮ່າໂນ້ຍ ປີ 2023 ດ້ວຍຫົວຂໍ້ “ຮ່າໂນ້ຍ - ມາເພື່ອຮັກໄດ້ຖືກ” ໄຂຂຶ້ນໃນຕອນຄ່ຳວັນທີ 3 ພະຈິກ, ຢູ່ຖະໜົນຍ່າງ ເຈິ່ນເຍີນຕົງ, ເມືອງ ຫາຍບ່າຈຶງ, ຮ່າໂນ້ຍ. ເຫດການເພື່ອແນໃສ່ສົ່ງເສີມການທ່ອງທ່ຽວ, ໂຄສະນາພາບພົດຂອງນະຄອນຫຼວງ - ສະຖານທີ່ດູດດື່ມ, ປອດໄພ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ. ຜ່ານນັ້ນ, ຊຸກຍູ້, ໜູນຊ່ວຍບັນດານັກສິລະປະການ, ໝູ່ບ້ານອາຊີບເຮັດຂອງຂວັນຮັບໃຊ້ແຂກທ່ອງທ່ຽວ; ເຊື່ອມຕໍ່ໝູ່ບ້ານອາຊີບ, ຫົວໜ່ວຍເຮັດຂອງຂວັນກັບບັນດາຫົວໜ່ວຍດຳເນີນທຸລະກິດການທ່ອງທ່ຽວ, ປະກອບສ່ວນພັດທະນາເສດຖະກິດການທ່ອງທ່ຽວ.

        ເຂດວາງສະແດງ ແລະ ແນະນຳຜະລິດຕະພັນຂອງຂວັນລວມມີຮ້ານວາງສະແດງ 70 ຮ້ານ, ເຊິ່ງລວມມີບັນດາຜະລິດຕະພັນຂອງຂັວນຂອງບັນດາໝູ່ບ້ານອາຊີບຂອງຮ່າໂນ້ຍ, ຜະລິດຕະພັນຂອງຂວັນຂອງບັນດາວິສາຫະກິດຜະລິດ ແລະ ດຳເນີນທຸລະກິດ, ງານວາງສະແດງ 3D Mapping.

        ງານບຸນໄດ້ດຳເນີນດ້ວຍບັນດາການເຄື່ອນໄຫວທີ່ດູດດື່ມ, ຄື: ລາຍການສະແດງສິລະປະ, ສະແດງຊຸດອາພອນທີ່ມີຊື່ວ່າ “ຂີດໝາຍຍອດຢ້ຽມ”, ແນະນຳ, ໂຄສະນາຜະລິດຕະພັນ, ການບໍລິການທ່ອງທ່ຽວ, ຂອງຂວັນ, ໂປຣໂມຊັ່ນ… ງານບຸນຖືກຈັດຂຶ້ນຮອດວັນທີ 5 ພະຈິກ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ