ງານບຸນປື້ມລະດູໃບໄມ້ຫຼົ່ນ 2017 ດ້ວຍຫົວຂໍ້ “ປື້ມເຊື່ອມໂຍງກັບສາກົນ”

(VOVWORLD) -ປື້ມຫົວຕ່າງໆ ພ້ອມກັບເພື່ອນອອກສູ່ໂລກ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 8 ພະຈິກ
ງານບຸນປື້ມລະດູໃບໄມ້ຫຼົ່ນ 2017 ດ້ວຍຫົວຂໍ້ “ປື້ມເຊື່ອມໂຍງກັບສາກົນ” - ảnh 1 ງານບຸນໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ

ງານບຸນປື້ມລະດູໃບໄມ້ຫຼົ່ນ ປີ 2017 ດ້ວຍຫົວຂ້ໍວ່າ: “ເຊື່ອມໂຍງ: ປື້ມຫົວຕ່າງໆ ພ້ອມກັບເພື່ອນອອກສູ່ໂລກ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 8 ພະຈິກ, ຢູ່ຫໍພິພິທະພັນແມ່ຍິງ ຫວຽດນາມ. ນີ້ແມ່ນເຫດການປະຈຳປີໂດຍສຳນັກພິມຈຳໜ່າຍແຈ໋, ສຳນັກພິມຈຳໜ່າຍ ຟູ້ໜື, ສຳນັກພິມຈຳໜ່າຍ ກິມດົ່ງ ສົມທົບກັນຈັດຕັ້ງຂຶ້ນ.

        ທ່ານນາງ ຄຸກທິຮວາເຟື້ອງ, ບັນນາທິການໃຫຍ່, ຜູ້ອຳນວຍການ ສຳນັກພິມຈຳໜ່າຍ ຟູ້ໜື, ແປວ່າແມ່ຍິງສະມາຊິກຄະນະຈັດຕັ້ງງານບຸນ, ໃຫ້ຮູ້ວ່າ:

        “ຫົວຂ້ໍຂອງງານບຸນປື້ມແມ່ນ “ເຊື່ອມໂຍງ: ປື້ມຫົວຕ່າງໆ ພ້ອມກັບເພື່ອນອອກສູ່ໂລກ”, ດັ່ງນັ້ນ, ພວກຂ້າພະເຈົ້າແນະນຳປື້ມຫຼາຍຫົວກ່ຽວຂ້ອງເຖິງວັດທະນະທຳ, ປະຫວັດສາດຂອງ ຫວຽດນາມ ເພື່ອປະກອບສ່ວນຊ່ວຍໃຫ້ເພື່ອນໜຸ່ມມີຄວາມຮູ້ພື້ນຖານກ່ຽວກັບປະເທດຊາດ, ປະຊາຊົນ ເພື່ອສາມາດເຊື່ອມໂຍງໃຫ້ດີກ່ວາເມື່ອອອກສູ່ໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ