ງານບຸນວັດທະນະທຳ ຫວຽດນາມຢູ່ອົດສະຕາລີ

ງານບຸນວັດທະນະທຳ ຫວຽດນາມຢູ່ອົດສະຕາລີ - ảnh 1

(ພາບ: baomoi.com )

(vovworld)- ງານ​ບຸນ​ວັດທະນະທຳ​ຫວຽ​ດນາມ ​ຢູ່ອົດ​ສະ​ຕາ​ລີ ​ໂດຍ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່ Canberra ​ແລະ ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ອົດ​ສະ​ຕາ​ລີ ​ ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 4/10 ຢູ່​ນະຄອນຫຼວງ Canberra ຂອງ ອົດ​ສະ​ຕາ​ລີ. ທີ່​ງານ​ບຸນ, ບັນດາຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຫວຽດນາມ ​ແລະ ພາບ​ພົດ​ປະ​ເທ​ດຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ຮ​້ານຂາຍ​ເຄື່ອງ​ແບບ​ຕະຫຼາດ​ເຂດ​ບ້ານ​ນາ, ຮ້ານ​ວາງສະ​ແດງ​ເຄື່ອງ​ສິລະ​ປະ​ຫັດຖະກຳ ​ແລະ ບັນດາ​ຜະລິດ​ຕະພັນ​ວັດທະນະທຳ​ຫວຽດນາມ. ການສະ​ແດງ​ເສື້ອ​ຍາວ​ປະ​ເພນີ​ຫວຽດນາມ ​ໂດຍ​ບັນດາ​ນັກຮຽນ​ນັກ​ສຶກສາ​ຫວຽດນາມ ຢູ່​ອົດ​ສະ​ຕາ​ລີ ​ແລະ ​ເພື່ອ​ນມິດສາ​ກົນ​ສະ​ແດງ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ. ບັນດາ​ຮ້ານ​ຂາຍ​ອາຫານ​ຫວຽດນາມ ກໍ່​ມີ​ຜູ້​ເຂົ້າຮ່ວມ​ຮັບ​ປະທານ​ເປັນ​ຈຳນວນ​ຫຼວງ​ຫຼາຍ

ຂ່າວ/ບົດ​ອື່ນ