ງານ​ບຸນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ 2022: ສື່​ມວນ​ຊົນ ຫວຽດ​ນາມ ສາ​ມັກ​ຄີ, ເປັນ​ມື​ອາ​ຊີບ, ທັນ​ສະ​ໄໝ ແລະ ມີ​ວັດ​ທະ​ນະ​ທຳ​ມະ​ນຸດ

(VOVWORLD) - ໂດຍດຳເນີນໃນເວລາ 3 ວັນ (ແຕ່ວັນທີ 13 – 15 ເມສາ), ງານບຸນສື່ມວນຊົນທົ່ວປະເທດປີ 2022 ແມ່ນໂອກາດເພື່ອເຊີດຊູຜົນງານໃຫຍ່ຫຼວງຂອງສື່ມວນຊົນ ຫວຽດນາມ.
ງານ​ບຸນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ 2022: ສື່​ມວນ​ຊົນ ຫວຽດ​ນາມ ສາ​ມັກ​ຄີ, ເປັນ​ມື​ອາ​ຊີບ, ທັນ​ສະ​ໄໝ ແລະ ມີ​ວັດ​ທະ​ນະ​ທຳ​ມະ​ນຸດ - ảnh 1ງານບຸນສື່ມວນຊົນທົ່ວປະເທດ 2022 ດຳເນີນໃນເວລາ 3 ວັນ, ແຕ່ວັນທີ 13 – 15 ເມສາ

ຕອນເຊົ້າວັນທີ 13 ເມສາ, ງານບຸນສື່ມວນຊົນທົ່ວປະເທດ 2022 ດ້ວຍຫົວຂໍ້ “ສື່ມວນຊົນ ຫວຽດນາມ ສາມັກຄີ, ເປັນມືອາຊີບ, ທັນສະໄໝ ແລະ ມີວັດທະນະທຳມະນຸດ” ຖືກໄຂຂຶ້ນຢູ່ ຫໍພິພິທະພັນ ຮ່າໂນ້ຍ ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມນັກຂ່າວ ຫວຽດນາມ ຄົບຮອບ 72 ປີ (21/4/1950 – 21/04/2022), ມຸ່ງໄປເຖິງການສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 97 ປີ (21/06/1925 – 21/06/2022). ໂດຍດຳເນີນໃນເວລາ 3 ວັນ (ແຕ່ວັນທີ 13 – 15 ເມສາ), ງານບຸນສື່ມວນຊົນທົ່ວປະເທດປີ 2022 ແມ່ນໂອກາດເພື່ອເຊີດຊູຜົນງານໃຫຍ່ຫຼວງຂອງສື່ມວນຊົນ ຫວຽດນາມ. ໃນງານບຸນສື່ມວນຊົນທົ່ວປະເທດປີນີ້ ມີການເຂົ້າຮ່ວມຂອງ 49 ຫົວໜ່ວຍສື່ມວນຊົນຈາກສູນກາງ, ກະຊວງ, ຂະແໜງການຕ່າງໆ ພ້ອມດ້ວຍອົງການສື່ມວນຊົນມາຈາກ 57 ທ້ອງຖິ່ນ ລວມມີຮ້ານວາງສະແດງ 106 ຮ້ານ. ໃນນັ້ນ, ຢູ່ຮ້ານວາງສະແດງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳຂໍ້ມູນເປີດ ແລະ ເປັນມິດ ເພື່ອສື່ສານ, ແລກປ່ຽນກັບມວນຊົນ. ນັກຂ່າວ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່, ປະທານສະມາຄົມນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ແນະນຳຕໍ່ມວນຊົນກ່ຽວກັບອົງການສື່ມວນຊົນທີ່ມີມູນເຊື້ອປະຫວັດສາດ ມາແຕ່ດົນນານ ແລະ ພວມມຸ່ງໄປເຖິງການສ້າງສຳນັກສື່ມວນຊົນດ້ວຍຫຼາຍປະເພດ, ຫຼາຍພາສາ ແລະ ທັນສະໄໝ. VOV ແມ່ນອົງການສື່ມວນຊົນທີ່ມີຫຼາຍພາສາຕ່າງປະເທດທີ່ສຸດ, ມີພາສາຊົນເຜົ່າສ່ວນໜ້ອຍຫຼາຍທີ່ສຸດ ໃນອົງການສື່ມວນຊົນ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ໄດ້ແນະນຳໃຫ້ມວນຊົນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນການຫັນເປັນດີຈີຕອນຂອງ VOV ເຊິ່ງພົ້ນເດັ່ນແມ່ນ ໂປແກຼມ VTCNow, VOVlive ໂດຍເນັ້ນກ່ຽວກັບສຽງ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ, ສອດຄ່ອງກັບການຫັນເປັນດີຈີຕອນ”.

        ໃນຂອບເຂດງານບຸນນີ້, ຍັງດຳເນີນກິດຈະກຳອື່ນຄື ງານວາງສະແດງພາບຖ່າຍສື່ມວນຊົນ, ເວທີປາໄສກ່ຽວກັບການຫັນເປັນດີຈີຕອນ… ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ