ງານບຸນຫວຽດນາມຢູ່ຍີ່ປຸ່ນດຶງດູດແຂກມາຊົມເປັນຈຳນວນຫຼວງຫຼາຍ

ງານບຸນຫວຽດນາມຢູ່ຍີ່ປຸ່ນດຶງດູດແຂກມາຊົມເປັນຈຳນວນຫຼວງຫຼາຍ - ảnh 1
ນັກຮ້ອງ ຫວຽດນາມ ສະແດງທີ່ງານບຸນ

(vovworld) – ງານ​ບຸນ ຫວຽດນາມ ຢູ່ ຍີ່ປຸ່ນ ປີ 2016 ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ຄຳ່​ວັນ​ທີ 12/6, ຢູ່ ນະຄອນຫຼວງ ​ໂຕ​ກຽວ, ປະ​ເທດ ຍີ່ປຸ່ນ. ​ໃນ 2 ວັນທີ່​ດຳ​ເນີນ, ງານ​ບຸນ​ໄດ້​ດຶງ​ດູດ​ແຂກ​ມາ​ຊົມ​ປະມານ 200.000 ​ເທື່ອ​ຄົນ. ງານ​ບຸນ​ຄັ້ງ​ນີ້​ແມ່ນ​ງານ​ບຸນທີ່​ດຶງ​ດູດ​ແຂກ​ມາ​ຊົມ​ຫຼາຍ​ທ່ີ​ສຸດ​ໃນ 8 ​ຄັ້ງ​ທີ​ໄດ້​ຈັດ​ຕັ້ງ​ຢູ່ ​ໂຕ​ກຽວ. ​ເມື່ອ​ແຂກ​ເຂົ້າ​ຮ່ວມ​ງານ​ບຸນ, ​ນອກຈາກ​ໄດ້​ຊິ​ມອາຫານ​ພື້ນ​ເມືອງ ຫວຽດນາມ ຄື: ​ເຝີ, ​ແນມ, ​ເຂົ້າປຸ້ນ​ຊີ້ນ​ປີ້ງ…​ແລ້ວແຂກ​ທີ່ມາ​ຊົ​ມຍັງ​ຊື້​ໄດ້​ເຄື່ອງ​ຫັດຖະກຳທີ່​ມື​ຊື່​ສຽງ, ​ໄດ້​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ຂອງ​ນັກ​ສິລະ​ປິນ ຍີ່​ປຸ່ນ, ຫວຽດນາມ ສ​ະ​ແດງ​ອີກ​ດ້ວຍ. ງານ​ບຸນ ຫວຽດນາມ ຢູ່ ຍີ່ປຸ່ນ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃນ​ນຳ້​ໃຈ​ຂອງ​ຊາວ ຍີ່ປຸ່ນ.


ຂ່າວ/ບົດ​ອື່ນ