ງານປະກວດຍິງ ບັ້ງໄຟດອກສາກົນ ດານັ້ງ ປີ 2012

ງານປະກວດຍິງ ບັ້ງໄຟດອກສາກົນ ດານັ້ງ ປີ 2012 - ảnh 1
ການຍິງບັ້ງໄຟດອກທີ່ງາມຕາ ດຶງດູດໃຈຜູ້ຊົມ
(ພາບ: danang.com)


Vovworld- ຕອນ​ຄ່ຳ​ວັນ​ທີ 29/4, ງານ​ປະ​ກວດ​ຍິງ​ບັ້ງ​ໄຟ​ດອກ​ສາກົ​ນ ດາ​ນັ້ງ ປີ 2012 ( DIFC 2012 ) ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ມີ 5 ທິມ​ເຂົ້າ​ຮ່ວມ​ໃນ ງານ​ປະ​ກວດ​ຍິງ​ບັ້ງ​ໄຟ​ດອກ​ສາກົ​ນຄັ້ງ​ນີ້ ລວມມີ ກາ​ນາ​ດາ, ຈີນ, ຝະລັ່ງ, ອີ​ຕາ​ລີ ​ແລະ ທິມປະ​ເທດ​ເຈົ້າພາບ​ຫວຽດນາມ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ມີ 32000 ບ່ອນ​ນັ່ງ ພ້ອມ​ກັບ​ລະບົບ​ການ​ສຽງ ​ແລະ ລະບົບ​ດອກ​ໄຟ​ໄດ້​ຖືກ​ຕິດ​ຕັ້ງ​​ເພື່ອ​ຮັບ​ໃຊ້​ຜູ້​ຊົມ. ງານ​ປະ​ກວດ​ຍິງ​ບັ້ງ​ໄຟ​ດອກ​ສາກົ​ນດາ​ນັ້ງຄັ້ງ​ນີ້ ​ໄດ້​ສະ​ແດງ​ການ​ຍິງ​ບັ້ງ​ໄຟ​ດອກ​ທີ່​ງາມ​ຕາ ອັນ​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ.

ຂ່າວ/ບົດ​ອື່ນ