ງານພົບປະລະຫວ່າງວິສາຫະກິດຫວຽດນາມ - ອີນໂດເນເຊຍ ຢູ່ ຢາກາຕາ

ງານພົບປະລະຫວ່າງວິສາຫະກິດຫວຽດນາມ - ອີນໂດເນເຊຍ ຢູ່ ຢາກາຕາ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 28 ສິງຫາ, ບັນດາ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ປຸງ​ແຕ່ງ​ສະບຽງ​ອາຫານ​ຂອງ​ຫວຽດນາມ ​ແລ​ະ ອີນ​ໂດ​ເນ​ເຊຍ ​ໄດ້​ມີ​ການ​ພົບ​ປະ​ຢູ່​ນະຄອນຫຼວງ ຢາ​ກາ​ຕາ. ​ເຫດການ​ນີ້​ໂດຍ​ສະມາຄົມ​ວິ​ສາ​ຫະກິດ​ສິນ​ຄ້າຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ສະຖານທູດ​ຫວຽດນາມ ປະຈຳ​ອີນ​ໂດ​ເນ​ເຊຍ ສົມທົບ​ກັນ​ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ແລກປ່ຽນ​ໂອກາດ​ຮ່ວມ​ມື, ລົງທຶນ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕະຫຼາດ​ທີ່​ໃຫຍ່​ຫຼວງ​ຂອງ​ແຕ່ລະ​ຝ່າຍ. ​ເຂົ້າ​ຮ່ວມ​ເຫດການ​ນີ້ ມີ​ 15 ວິ​ສາ​ຫະກິດ​ຫວຽດນາມ ​ແລະ ກວ່າ 20 ວິ​ສາ​ຫະກິດ​ອີນ​ໂດ​ເນ​ເຊຍ, ຜູ້ຕາງໜ້າຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ອີນ​​ໂດ​ເນ​ເຊຍ ​ແລະ ສະຫະສະມາຄົມວົງ​ການ​ເຈົ້າ​ຂອງອີນ​ໂດ​ເນ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີນ​ໂດ​ເນ​ເຊຍ ຫງວຽນ​ຊວນ​ຖຸຍ ຢືນຢັນ​ວ່າ ສະຖານ​ທູດ​ຫວຽດນາມ ປະຈຳ​ອີນ​ໂດ​ເນ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ່ວິ​ສາ​ຫະກິດ 2 ປະ​ເທດ​ສ້າງ​ຕັ້ງ​ບັນດາ​ການ​ພົວພັນ ​ແລະ ຮ່ວມ​ມືນຳ​ກັນ. ສ່ວນ​ທ່ານ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ອີນ​​ໂດ​ເນ​ເຊຍ Juan Gondokusumo ​ໄດ້ຕີ​ລາຄາວ່າ ອີນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມຊ້ອນ​ຮ່ວມ​ມື​ຫຼາຍ​ຢ່າງ ​​ເພາະວ່າ ນີ້​ແມ່ນ 2 ປະ​ເທດທີ່​ມີ​ພົນລະ​ເມືອງຫຼາຍອັນ​ດັບ​ໜຶ່ງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ Juan Gondokusumo ​ ຖື​ວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ 2 ຝ່າຍ, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃນປະຈຸ​ບັນ ​ບັນລຸ​ໄດ້​ລະດັບ​ເກືອ​ນ 5 ຕື້ USD ​ແລະ ສາມາດ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ຍົກ​ຕົວ​ເລັກ​ນີ້ຂຶ້ນ​ເຖິງ 10 ຕື້ USD ​ໃນ​ປີ 2018 ໂດຍ​ໄວ.

ຂ່າວ/ບົດ​ອື່ນ