ງານພົບປະແລກປ່ຽນຂອງ ຄ້າຍພັກແລ້ງຫວຽດນາມ ປີ 2013

ງານພົບປະແລກປ່ຽນຂອງ ຄ້າຍພັກແລ້ງຫວຽດນາມ ປີ 2013 - ảnh 1

(ພາບ:.baomoi.com)

(vovworld)-​ ຕອນ​ຄ່ຳວັນ​ທີ 25/7, ບັນດາ​ຜູ້​ແທນ​​ເຍົາວະຊົນຊາວ​ໜຸ່ມ​​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້ຈັດງານພົບ​ປະ​ແລກປ່ຽນ​ກັບ​ໄວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ. ດ້ວຍຫົວ​ເລື່ອງ ”10 ປີ​ແຫ່ງ​ຄຳຮຽກຮ້ອງຂອງ​ບ້ານ​ເກີດ​ເມືອງ​ນອນ”, ງານ​ພົບ​ປະ​ແລກປ່ຽນ​ແມ່ນ​ການ​ຕ້ອນຮັບ​ຢ່າງ​ອົບອຸ່ນສຸດ​ອົກ​ສຸດ​ໃຈ​ຂອງ​ໄວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ສະຫງວນ​ໃຫ້​ແກ່​ບັນດາ​ເພື່ອນ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ໂອກາດ​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ. ບັນດາ​ເລື່ອງ​ລາວ, ລາຍການ​ສະ​ແດງ​ສິລະ​ປະທີ່ເປັນມູນ​ເຊື້ອ​ໄດ້ສ້າງ​ຄວາມ​ສະໜິດ, ຕິດ​ພັນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​​ຂອງ​ຊາວ​ຫວຽດນາມ​ ທຸກ​ຄົນ​ທີ່​ອາ​ໃສ​ໃນທົ່ວ​ໂລກ.

  ກ່ອນໜ້ານັ້ນ, ບັນດາ​ເພື່ອນ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ໄປ​ຢ້ຽມຢາມ​ຫໍພິພິທະ​ພັນ​ປະຫວັດສາດ​ຫວຽດນາມ ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄປ​ຊົມ​ລາຍການສະ​ແດງ​ຕຸກ​ກະຕ່າ​ນ້ຳ. ພາຍຫຼັງ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ, ບັນດາ​ຜູ້​ແທນຊາວ​ໜຸ່ມ​ເຍົາວະ​ຊົນ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຈະ​ໄປ​ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ຫວຽດນາມ ​ເພື່ອ​ສືບ​ຕໍ່​ລາຍການ​ເຄື່ອນ​ໄຫວ​ຂອງ​ຄ້າຍ​ພັກ​ແລ້ງ​ຫວຽດນາມ ປີ 2013 ຊື່​ງ​ແກ່ຍາວ​ແຕ່​ວັນ​ທີ 14/7-30/7 ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ