ງານພົບປະແລກປ່ຽນມິດຕະພາບລະຫວ່າງສະຖານທູດຫວຽດນາມແລະລາວຢູ່ເຢຍລະມັນ

(VOVWORLD) -ຕອນບ່າຍວັນທີ 08 ກັນຍາ, ສະຖານທູດຫວຽດນາມ ແລະ ລາວ ປະຈຳເຢຍລະມັນ ໄດ້ຈັດງານພົບປະແລກປ່ຽນລະຫວ່າງສະຖານທູດຂອງ 2 ປະເທດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ. ຜ່ານງານພົບປະແລກປ່ຽນ, ສະຖານທູດ 2 ປະເທດ ປາດຖະໜາຢາກຮັດແໜ້ນການພົວພັນຮ່ວມມື ແລະ ຄວາມສາມັກຄີລະຫວ່າງສະຖານທູດຂອງ 2 ປະເທດກວ່າອີກ, ປະກອບສ່ວນເຂົ້າໃນການຮັກສາມູນເຊື້ອອັນດີງາມ, ນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ປະເທດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ