ງານພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ2015

ງານພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ2015 - ảnh 1
ນັກສິລະປະຍີ່ປຸ່ນສະແດງເຕັ້ນຟ້ອນ Yosakoi (ພາບ: Minh Đức/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 4/9, ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ແຂວງ ດັກ​ລັກ ສົມທົບ​ກັບ​ສະຫະ​ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງມິດ​ຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ​ໂຮ​່ຈີ​ມິນ ຈັດ​ຕັ້ງ​ລາຍການ “ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ”. ລາຍການ​ຖື​ກ​ຈັດ​ຕັ້ງ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 42 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ (21/9). ທ່ານ ຫວໍ​ເຕີ໋ນຕ່າຍ ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ເຫດ​ການທີ່​ມີ​ຄວາມ​ໝາຍ ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ ດັກ​ລັກ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ. ​ເຫດການ​ນີ້​ກໍ​ໂຄສະນາ​ເຜີຍ​ແຜ່ຮູບ​ພາບ​ປະ​ເທດ​ຊາດ, ຊາວ​ ຫວຽດນາມ, ພິ​ເສດ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ວັດທະນະທຳ, ທ່ອງ​ທ່ຽວຂອງ​ແຂວງ ດັກ​ລັກ ກັບ​ປະຊາຊົນ ຍີ່ປຸ່ນ ​ເພື່ອ​ແນ່​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ ຫວຽດນາມ ກ່ວາ​ອີກ, ວັດທະນະທຳ​ທີ່​ມີຫລາຍ​ຮູບ​ຫລາຍ​ແບບ, ​​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນຂອງ ດັກ​ລັກ, ​ໄຕ​ງວຽນ, ​ເປັນ​ປະຖົມ​ປັດ​ໃຈ​ເພື່​ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພົບ​ປະ​ແລກປ່ຽນ​ ​ແລະ ລົງທຶນ​ໃນ​ຂົງ​ເຂດ​ນີ້​ຂອງ ດັກ​ລັກ​ ໃນ​ໄລຍະ​ຈະ​ມາ​ເຖິງ ກ່ວາ​ອີກ”.

        ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ແຂວງ ດັກ​ລັກ ມອບ​ທຶນ​ສຶກສາ 15 ພຸດ​ໃຫ້​ສະມາຄົມ​ນັກ​ສຶກສາມະຫາວິທະຍາ​ໄລ ​ໄຕ​ງວຽນ ດ້ວຍ​ຍອດ​ມູນ​ຄ່າ 15 ລ້ານ​ດົ່ງ.

 

ຂ່າວ/ບົດ​ອື່ນ