ງານພົບປະແລກປ່ຽນສະເຫຼີມສະຫຼອງວັນແພດໝໍຫວຽດນາມ

ງານພົບປະແລກປ່ຽນສະເຫຼີມສະຫຼອງວັນແພດໝໍຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ທ່ານໝໍ​ປະຊາຊົນ​ໃຫ້​ພະນັກງານ​ການ​ແພດ 67 ຄົນ
(ພາບ: sggp.org.vn)

(vovworld) – ​​​​ເພື່ອ​ພັດທະນາ​ພາລະກິດ​ສາທາລະນະ​ສຸດຢ່າງ​ແຮງ, ຍົກ​ສູງ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ, ຂະ​ແໜງ​ສາທາລະນະ​ສຸກ​ໄດ້​ຮັບຜິດຊອບ​ໜ້າ​ທີ່ຢ່າງ​ໜັກໜ່ວງ ​ແຕ່​​ເປັນ​ກຽດ​ທີ່​ສຸດ. ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​​ຕັກ​ເຕືອນ​ຄື​ແນວ​ນັ້ນ​ເມື່ອ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 59 ປີ​ແຫ່ງ​ວັນ​ແພດ​ໝໍ​ຫວຽດນາມ (27/02/1955 – 27/02/2014), ທີ່ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 27/2, ຢູ່ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ​ເມື່ອ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ ຄັ້ງ​ທີ 11 ​ໄດ້​ວາງ​ອອກ​ໜ້າ​ທີ່​ພັດທະນາ​ພາລະກິດ​ສາທາລະນະ​ສຸກ ຍົກ​ສູງ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ​ຢ່າງ​ແຮງ. ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ຂະ​ແໜງ​ສາທາ​ລະນະ​ສຸກ​ມີ​ຄວາມ​ຮັບ​ຜິດ​ຊອບ​ໜ້າ​ທີ່ຢ່າງ​ໜັກ​ໜ່ວງ​ແຕ່​ພັດ​ເປັນ​ກຽດ​ສະຫງ່າ​ທີ່​ສຸດ:

“​​ໂດຍ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ, ຂະ​ແໜງ​ສາທາລະນະ​ສຸກ​ຄວນ​ປັບປຸງ​ເຄືອ​ຂ່າຍ​ຈາກ​ຂັ້ນສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ, ພ້ອມ​ກັບ​ເພີ່ມ​ທະວີ​ການ​ລົງທຶນຂອງ​ລັດ ກໍ່​ຕ້ອງ​ຍູ້​ແຮງ​ວຽກ​ງານ​ສັງຄົມ, ພັດທະນາ​ບັນດາ​ຮາກ​ຖານ​ສາທາລະນະ​ສຸກພາກ​ເອກະ​ຊົນ. ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ກວດ, ປິ່ນ​ປົວ​ພະຍາດ, ຍົກ​ສູງ​ຄຸນ​ສົມບັດ, ສະກັດ​ກັ້ນ​ໄພ​ຫຍໍ້​ທໍ້​​.​..​ ສ້າງ​ພື້ນຖານ​ການ​ແພດ ຫວຽດນາມ ກ້າວໜ້າ, ທັນ​ສະ​ໄໝ ​ແລະ ສົມທົບ​ກັນ​ລະຫວ່າງ​ການ​ແພດ​ພື້ນ​ເມືອງ ​ແລະ ການ​ແພດ​ທັນ​ສະ​ໄໝ ​ເພື່ອ​ໃຫ້​ທັດທຽມ​ກັບ​ລະດັບ​ການ​ແພດ​ທີ່ກ້າວໜ້າ​ຂອງ​ບັນດາ​ປະ​ເທດໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ”

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ທ່ານໝໍ​ປະຊາຊົນ​ໃຫ້​ພະນັກງານ​ການ​ແພດ 67 ຄົນ, ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງ​ຖັນ​ແຖວ​ແພດ​ໝໍ​ດ້ວຍ​ພາລະກິດ​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປັກ​ຮັກສາ​ສຸ​ຂະ​ພາບ​ຂອງ​ປະຊາຊົນ.

 



ຂ່າວ/ບົດ​ອື່ນ