ງານມະໂຫລານ “ນາຍຊາງໜຸ່ມທີ່ເກັ່ງກ້າ” ທົ່ວປະເທດຄັ້ງທີ 6

ງານມະໂຫລານ “ນາຍຊາງໜຸ່ມທີ່ເກັ່ງກ້າ” ທົ່ວປະເທດຄັ້ງທີ 6  - ảnh 1
ພິ​ທີ​ມອບ​ນາມ​ມະ​ຍົດ “ນາຍ​ຊາງ​ໜຸ່ມ​ທີ່​ເກັ່ງ​ກ້າ” ໃຫ້​ແກ່​ບັນ​ດາ​ສ່ວນ​ບຸກ​ຄົນ

(vovworld)- ງານ​ມະ​ໂຫລານ “ນາຍ​ຊາງ​ໜຸ່ມ​ທີ່​ເກັ່ງ​ກ້າ” ທົ່ວ​ປະ​ເທດ​ຄັ້ງ​ທີ 6 ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 23/5 ຢູ່​ແຂວ​ງ ບິນ​ເຢືອງ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ເຈືອງ​ຮ່​ວາ​ບີງ ເລ​ຂາ​ສູນ​ກາງ​ພັກ, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ, ທ່ານ ດັ້ງ​ງອກ​ຕຸງ ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ, ທ່າ​ນ ຫງວຽນ​ດັກ​ວິງ ເລ​ຂາ​ທີ 1 ສູນ​ກາງ​ຊາວ​ໜຸ່ມກອ​ມມູ​ນິດ​ ໂຮ່​ຈິ​ມິນ. ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ສຳ​ເນົາ​ເອ​ກະ​ສານ​ເກືອບ 160 ຊຸດ​ຂອງ 50 ອົງ​ການ​ຊາວ​ໜຸ່ມ​ແຂວງ, ນະ​ຄອນ, ຜ່ານນີ້​ຈະ​ເລືອກ​ເອົາ​ບັນ​ດານາຍ​ຊາງ​ໜຸ່ມ​ທີ່​ເກັ່ງ​ກ້າ, ມີ​ສີ​ມື​ການ​ຊາງສູງ, ມີ​ບັນ​ຫາ​ຫົວ​ເລື່ອງ, ແນວ​ຄວາມ​ຄິດ, ຂໍ້​ລິ​ເລີ່ມ​ຖືກ​ນຳ​ໃຊ້​ໃນ​ການ​ຜະ​ລິດ, ຮ່ຳ​ຮຽນ, ອອກ​ແຮງ​ງານ… ທ້າວ ເລ​ດິງ​ຈິງ ກຳ​ມະ​ກອນ ສັງ​ກັດ ອົງ​ການ​ຮ່ວມ​ທຸ​ລະ​ກິດ Vietsovpetro ຊຶ່ງ​ແມ່ນ​ສ່ວນ​ບຸກ​ຄົນ​ໄດ້​ຮັບ​ການ​ເຊີດ​ຊູ ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ພາກ​ພູມ​ໃຈ​ທີ່​ສຸດ​ເພາະ​ໄດ້​ຮັບ​ເລືອກ​ແມ່​ນ​ໜຶ່ງໃນ​ບັນ​ດາ​ແບບ​ຢ່າງ ນາຍ​ຊາງ​ໜຸ່ມ​ທີ່​ເກັ່ງ​ກ້າທົ່ວ​ປະ​ເທດ​ປີ 2015. ຂ້າ​ພະ​ເຈົ້າ ເຫັນ​ວ່າ ເຮົາ​ຕ້ອງ​ພະ​ຍາ​ຍາມຫຼາຍກວ່າ​ອີກ, ສູ້​ຊົນ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຜົນປະ​ໂຫຍດ​ຂອງ​ບໍ​ລິ​ສັດ ແລະ ຂອງ​ທົ່ວ​ສັງ​ຄົມ”

ຂ່າວ/ບົດ​ອື່ນ