ງານລາຕີວັດທະນະທຳຫວຽດນາມ“ສີສັນສະເພາະໃນຫຼາຍຮູບແບບ”ຢູ່ເຢຍລະມັນ

ງານລາຕີວັດທະນະທຳຫວຽດນາມ“ສີສັນສະເພາະໃນຫຼາຍຮູບແບບ”ຢູ່ເຢຍລະມັນ - ảnh 1
ທ່ານອຸ​ປະ​ທູດ​ຊົ່ວ​ຄາວ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ຟ້າມ​ວຽດ​ຈ໋ຽ​ນ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ
(ພາບ: baotintuc.vn)

(vovworld) – ​ ​ ນ​ອນ​ໃນ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ສະ​ຫະ​ພັນ ເຢຍ​ລະ​ມັນ, ຕ​ອນ​ຄ່ຳ​ວັນ​ທີ 2/7, ທີ່​ໂຮງ​ລະ​ຄອນ Palais am Festungsgraben ຢູ່​ນະ​ຄອນຫຼ​ວງ ແບກ​ແລງ ໄດ້​ຈັດ​ຕັ້ງ​​ງານ​ລາ​ຕີ​ວັດ​ທະ​ນະ​ທຳ ຫວຽດ​ນາມ “ສີ​ສັນ​​ສະ​ເພາະໃນ​ຫຼາຍ​ຮູບ​ແບບ”, ເຊິ່ງດຶງ​ດູດ​ຜ້​ູ​ຕາງ​ໜ້າ​ທູ​ຕາ​ນຸ​ທູດ​ບາງ​ປະ​ເທດ, ບາງ​ຄະ​ນະ​ຜູ້​ແທນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ, ພ້ອມ​ກັບ​ເພື່ອນ​ມິດ ເຢຍ​ລະ​ມັນ ແລະ ສາ​ກົນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ອຸ​ປະ​ທູດ​ຊົ່ວ​ຄາວ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ຟ້າມ​ວຽດ​ຈ໋ຽ​ນ ເນັ້ນ​ໜັກ​ວ່າ: ໃນ​ຕະຫຼອດ​ໄລ​ຍະ​ປະ​ຫ​ວັດ​ສາດ​ຂອງ​ການ​ພົວ​ພັນ 2 ປະ​ເທດ, ວັດ​ທະ​ນະ​ທຳ ຍາມ​ໃດ​ກໍ່​ແມ່ນ​ຂົວ​ຕໍ່​ຕິດ​ພັນ ແລະ ຊຸກ​ຍູ້​ການ​​ພົວ​ພັນ​ແລກ​ປ່ຽນ, ເຊື່ອມ​ໂຍງ, ເຂົ້າ​ອົກ​ເຂົ້າ​ໃ​ຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ, ພິ​ເສດ​ແມ່ນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. ຕາມ​ທ່ານ​ແລ​້ວ, ປັດ​ໄຈ​ສຳ​ຄັນ​ຂອງວິ​ວັດ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ເຊື່ອມ​ໂຍງ​​ແມ່ນ​ທັງ​ຮັກ​ສາ​​ໄດ້ສີ​ສັນ​ທັງ​ຮັບ​ເອົາ​ລັກ​ສະ​ນະຫຼາຍ​ຮູບ​ແບບ​ໃນ​ໄລ​ຍະ​ໂລ​ກາ​ພິ​ວັດ. ບົນ​ຈິດ​ໃຈ​ນັ້ນ, ​ງານ​ລາ​ຕີ​ວັດ​ທະ​ນະ​ທຳ ຫວຽດ​ນ​າມ “ສີ​ສັນ​​ສະ​ເພາະໃນ​​ຫຼາຍ​ຮູບ​ແບບ” ໄດ້​ນຳ​ເອົາ​ວິ​ໄສ​ທັດ​ໃໝ່​ມາໃຫ້​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບບັນ​ດາ​ຄຸ​ນ​ຄ່າ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ແລະ ດົນ​ຕີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ຫວຽດ​ນາມ ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.


ຂ່າວ/ບົດ​ອື່ນ