ງານວາງສະແດງ ຫວຽດນາມ - ກຳປູເຈຍ

ງານວາງສະແດງ ຫວຽດນາມ  - ກຳປູເຈຍ  - ảnh 1
ການວາງສະແດງຮູບພາບການພົວພັນຮ່ວມມື ຫວຽດນາມ - ກຳປູເຈຍ
ພາບ:vietnamnet.vn


(vovworld) - ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ການສະ​ເຫລີ​ມສະຫລອງ 45 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ກຳປູ​ເຈຍ (24/6/1967- 24/6/2012) ​ແລະ ປີ​ມິດຕະພາບ ຫວຽດນາມ - ກຳ​ປູ​ເຈຍ”, ວັນ​ທີ 15/6 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງ, ຫໍພິພິດທະພັນ​ປະຫວັດສາດ​ການທະຫານ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​: ຫວຽດນາມ -ກຳ​ປູ​ເຈຍ ຮ່ວມ​ສຳພັນ​ສູ້​ຮົບ, ການ​ຮ່ວມ​ມື​ຮອບດ້ານ. ​ໃນງານ​ວາງສະ​ແດງ​ຄັ້ງ​ນີ້ ​ໄດ້​​ວາງສະ​ແດ​ງຮູບ​ພາບ, ​ເອກະສານ, ວັດຖຸ​ພັນທີ່​ພົ້ນ​ເດັ່ນ ກວ່າ 300 ຢ່າງ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ໄລຍະ​ແຫ່ງ​ການ​ພັດທະນາ, ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ໃນ 45 ປີຜ່ານມາ, ສ່ອງ​ແສງ​ຄວາມ​ສາມັກຄີ​ສູ້​ຮົບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ກຳປູ​ເຈຍ. ທ່ານ ຫວູໝາ​ວ ອະດີດ​ຫົວຫນ້າ​ຄະນະ​ກຳມະການ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ ກຳປູ​ເຈຍ ​​ເວົ້າວ່າ:

        “ການ​ວາງສະ​ແດງ​ຮູບ​ພາບ​ຮ່ວມ​ສຳພັນ​ສູ້​ຮົບ ຫວຽດນາມ ກຳປູ​ເຈຍ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ແລະ ມີ​ຄວາມ​ໝາຍ​ອັນໃຫຍ່ຫລວງ. ຫໍພິພິດທະພັນ​ການ​ທະຫານ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ເປັນ​ລະບົບ, ມີ​ຄວາມ​ໝາຍ ​ຊ່ວຍ​ໃຫ້​ຜູ້​ຊົມ​ສາມາດ​ວາບ​ພາບ​ໄດ້​ວິວັດທະນາ​ການ​ປະຕິວັດ​ຊຶ່ງ​ສອງ​ປະ​ເທດ​ໄດ້​ຮຽງ​ບ່າ​ຮຽງ​ໄຫລ່, ປະຊາຊົນ ​ແລະ ກອງ​ທັບ​ສອງ​ປະ​ເທດ​​ໄດ້​ຮ່ວມ​ຂຸມ​ຄອງ​ສູ້​ຮົບ ​​ເພື່ອ​ປົກ​ປັກ​ຮັກສາ​ພາລະກິດ​ປະຕິວັດ​ຂອງ​ຕົນ.

 

ຂ່າວ/ບົດ​ອື່ນ